ຂະແຫນງພາສີ ເກັບລາຍຮັບຫລຸດແຜນເກືອບ 400 ຕື້້ກີບ

ໃນວັນທີ 9 ກຸມພາ 2021 ຜ່ານມານີ້, ທີ່ຫ້ອງປະຊຸມສູນຝຶກອົບຮົມກົມພາສີ ນະຄອນຫຼວງວຽງຈັນ, ກົມພາສີ ກະຊວງການເງິນ, ໄດ້ເປີດກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານວິຊາສະເພາະປະຈໍາປີ 2020, ກໍານົດທິດທາງແຜນການ ແລະ ມາດຕະການປະຈໍາປີ 2021 ຂອງຂະແໜງພາສີໃນຂອບເຂດທົ່ວປະເທດ, ໂດຍການເປັນປະທານຂອງທ່ານ ພູເຂົາຄໍາ ວັນນະວົງໄຊ ຫົວໜ້າກົມພາສີ, ຄະນະກົມ, ຄະນະພະແນກ, ຫົວໜ້າກອງຄຸ້ມຄອງພາສີ, ຫົວໜ້າກອງກວດກາພາສີ, ຫົວໜ້າດ່ານພາສີສາກົນ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້, ທ່ານ ພູເຂົາຄໍາ ວັນນະວົງໄຊ ຫົວໜ້າກົມພາສີ ໄດ້ມີຄຳເຫັນກ່າວເປີດກອງປະຊຸມຈຸດປະສົງເພື່ອພ້ອມກັນສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານວິຊາສະເພາະໃນປີຜ່ານມາ, ມີຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ບົດ ຮຽນຖອດຖອນໄດ້ ແລະ ສິ່ງທ້າທາຍການຈັດຕັ້ງປະຕິບັດເກັບລາຍຮັບຂອງຂະແໜງພາສີ, ກໍານົດທິດທາງແຜນການ ແລະ ມາດຕະການໃນຕໍ່ໜ້າ,ເວົ້າລວມເວົ້າສະເພາະຂະແໜງພາສີສຸມໃສ່ໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ III ຂອງອົງຄະນະພັກກະຊວງການເງິນ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງຄະນະພັກຮາກຖານກົມພາສີ.

ສຳລັບການຈັດຕັ້ງປະຕິບັດແຜນການຈັດເກັບລາຍຮັບປີ 2020 ຂອງຂະແໜງພາສີໃນທ່າມກາງສະພາບແວດລ້ອມທີ່ມີຄວາມຫຍຸ້ງຍາກພໍສົມຄວນເປັນຕົ້ນ: ສະພາບເສດຖະກິດຂອງໂລກມີການຜັນຜວນປ່ຽນແປງເປັນແຕ່ລະໄລຍະ, ສະພາບກາແຜ່ລະບາດພະຍາດ COVID-19, ການປະຕິບັດນະໂຍບາຍຍົກເວັ້ນພາສີ-ອາກອນ ແລະ ພັນ ທະອື່ນໆ. ນອກຈາກນັ້ນ, ຕົວເລກແຜນລາຍຮັບທີ່ສະພາແຫ່ງຊາດກໍຄືກະຊວງການເງິນມອບໝາຍໃຫ້ເປັນຕົວເລກທີ່ສູງ ແລະ ມີຄວາມທ້າທາຍຕໍ່ຄວາມອາດສາມາດໃນການເກັບລາຍຮັບຕົວຈິງ.

ໃນກອງປະຊຸມດັ່ງກ່າວ, ທ່ານ ວົງວັນເພັງ ພູມສະຫວັນ ຫົວໜ້າພະແນກຈັດຕັ້ງ, ບໍລິຫານ ແລະ ການເງິນ ກົມພາສີ, ໄດ້ຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານວິຊາສະເພາະປະຈໍາປີ 2020, ກໍານົດທິດທາງແຜນ ການ ແລະ ມາດຕະການປະຈໍາປີ 2021 ຍົກໃຫ້ເຫັນການຈັດຕັ້ງປະຕິບັດແຜນລາຍຮັບ ແລະ ວຽກງານວິຊາສະເພາະຂອງຂະແໜງພາສີໃນປີ 2020 ເທົ່າກັບ 8.200 ຕື້ກີບ, ເຊິ່ງເປັນຕົວເລກຄາດໝາຍທີ່ສູງ, ໃນຂະນະດຽວກັນສະພາບການແຜ່ລະບາດຂອງພະຍາດ COVID-19, ການປະຕິບັດແຜນຫຼຸດຜ່ອນອັດຕາພາສີໃນຂອບອາຊຽນ-ຂອບຮ່ວມມືສາກົນຕ່າງໆ, ການຍົກເວັ້ນ, ງົດເກັບ, ຫຼຸດຜ່ອນອັດຕາພາສີຕາມນະໂນບາຍສົ່ງເສີມການລົງທຶນ ແລະ ກະທົບໂດຍກົງຕໍ່ການຈັດເກັບລາຍຮັບຕົວຈິງຂອງຂະແໜງພາສີ ແລະ ໃນ 6 ເດືອນທ້າຍປີສະພາແຫ່ງຊາດກໍຄືກະຊວງການເງິນໄດ້ຮັບຮອງໃນການດັດແກ້ແຜນລາຍຮັບຂະແໜງພາສີຈາກ 8.200 ຕື້ກີບເປັນ 7.039 ຕື້ກີບ,ຜ່ານການຈັດຕັ້ງປະຕິບັດໝົດປີສາມາດເກັບລາຍຮັບໄດ້ທັງໝົດ 6.495 ຕື້ກີບເທົ່າກັບ 92,28% ຂອງແຜນການປີສົມທຽບໄລຍະດຽວຫຼຸດລົງ 2% ເທົ່າກັບ 394 ຕື້ກີບ.

ເຖິງຢ່າງໃດກໍຕາມຍ້ອນຄວາມເອົາໃຈໃສ່ຊີ້ນໍາ-ນໍາພາຂອງຄະນະພັກ, ຄະນະນໍາກະຊວງການເງິນເວົ້າລວມເວົ້າສະເພາະຄະນະພັກ, ຄະນະນໍາກົມພາສີລົງໃກ້ສິດຕິດແທດ, ສຸມໃສ່ຫັນປ່ຽນ, ປະຕິຮູບວຽກງານພາສີຮອບດ້ານໃຫ້ທັນກັບສະພາບການ, ເພີ່ມທະວີວຽກງານສືືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີໃນການປາບປາມການຄ້າຂາຍເຖື່ອນທຸກຮູບແບບຢູ່ຕາມດ່ານພາສີຊາຍແດນ ແລະ ລຽບຊາຍແດນ, ຊອກທ່າແຮງບົ່ມຊ້ອນໃນການຈັດເກັບລາຍຮັບ, ພັດທະນານໍາໃຊ້ລະບົບເອເລັກໂຕຼນິກການຄຸ້ມຄອງເກັບລາຍຮັບ, ພ້ອມທັງສ້າງສິ່ງອໍານວຍຄວາມສະດວກໃນການນໍາເຂົ້າ-ສົ່ງອອກ, ຄຸ້ມຄອງການນໍາເຂົ້າວັດຖຸ, ອຸປະກອນ, ພາຫະນະ, ກົນຈັກ, ທີ່ນໍາເຂົ້າໃນລະບອບງົດ, ຍົກເວັ້ນ ແລະ ຫຼຸດຜ່ອນພາສີຂອງບັນດາໂຄງການລົງທຶນຕ່າງໆໃຫ້ນໍາໃຊ້ຖືກຕ້ອງຕາມເປົ້າໝາຍ.
