ແຈ້ງການ

WHO ຊີ້ຈຸດກຳເນີດໂ ຄ ວິ ດ – 19 ອາດບໍ່ໄດ້ຫລຸດມາຈາກຫ້ອງທົດລອງຈີນ

ທີ​ມອົງການ​ອະນາ​ໄມ​ໂລກ​ສະຫລຸບ​ຜົນ​ເບື້ອງຕົ້ນຈາກ​ການ​ສອບ​ສວນ​ຕົ້ນຕໍ​ຂອງ​ເຊື້ອ​ໂຄ​ວິດ-19 ​ໃນ​ມື້ສຸດ​ທ້າຍ​ຂອງ​ການ​ປະຕິບັດ​ພາລະກິດ

ວັນ​ທີ 9 ກຸມພາ 2021, ສຳນັກ​ຂ່າວ AP ລາຍ​ງານ​ຂໍ້​ມູນ​ຈາກ​ຜູ້​ຊ່ຽວຊານ​ຂອງ​ອົງການ​ອະນາ​ໄມ​ໂລກ ຫລື WHO ລະບຸ​ວ່າ: ​ໄວຣັສ​ໂຄ​ໂຣນາສາ​ຍພັນ​ໃໝ່​ມີ​ໂອກາດ​ໜ້ອຍ​ທີ່​ຈະ​ເກີດ​ຈາກ​ການ​ລອດ​ມາ​ຈາກ​ຫ້ອງ​ທົດ​ລອງ​ຢູ່​ຈີນ ​ໂດຍ​ມີ​ຄວາມ​ເປັນ​ໄປ​ໄດ້​ທີ່​ມະນຸດ​ຈະ​ໄດ້​ຮັບ​ຈາກ​ສັດ​ຫລາຍ​ກວ່າ.

ທ່ານ ປີ​ເຕີ ​ເບັນ ​ເອັມບາ​ເຣັກ ຜູ້​ຊ່ຽວຊານ​ດ້ານ​ຄວາມ​ປອດ​ໄພ​ຂອງ​ອາຫານ ​ແລະ ພະຍາດ​ໃນ​ສັດ ​ເປີດ​ເຜີຍ​ຜົນ​ການ​ປະ​ເມີນ​ດັ່ງກ່າວ ຫລັງ​ສຳ​ເລັດ​ການ​ສຳ​ຫລວດ​ຕົ້ນຕໍ​ຂອງ​ພະຍາດ​ໂຄ​ວິດ-19 ຢູ່​ເມືອງ​ອູ່​ຮັ່ນ ​ໂດຍ​ທີ​ມນັກວິທະຍາສາດ​ນາໆ​ຊາດ 10 ຄົນ​ເດີນທາງ​ເຖິງ​ຈີນ​ແຕ່​ວັນ​ທີ 14 ມັງກອນ ​ແລະ ມີ​ການ​ກັກ​ຕົວ​ເປັນ​ເວລາ 14 ວັນ ກ່ອນ​ຈະ​ເລີ່​ມຕົ້ນພາລະກິດ.

ນອກຈາກ​ຂໍ້​ສັນ​ນິຖານ​ເລື່ອງ​ກໍລະນີ​ທີ່​ສັດ​ແຜ່​ເຊື້ອສູ່​ມະນຸດ​ແລ້ວ, ທິດ​ສະ​ດີ​ທີ່​ບອກ​ວ່າ: ມະນຸດ​ໄດ້​ຮັບ​ເຊື້ອຈາກ​ຜະລິດ​ຕະພັນ​ແຊ່​ແຂງ​ຍັງ​ມີ​ຄວາມ​ເປັນ​ໄປ​ໄດ້​ເຊັ່ນ​ກັນ

ກ່ອນ​ໜ້າ​ນີ້​ມີ​ການ​ກ່າວ​ຫາ​ວ່າ​ສະ​ຖາບັນ​ໄວຣັສວິທະຍາ​ອູ່​ຮັ່ນອາດ​ເປັນຕົ້ນ​ເຫດ​ທີ່​ເຮັດ​​ໃຫ້​ເກີດ​ພະຍາດ​ລະບາດ. ຂະນະ​ທີ່​ຈີນ​ປະຕິ​ເສດ​ຂໍ້​ກ່າວ​ຫາ​ດັ່ງກ່າວ ​ແລະ ພະຍາຍາມ​ຊີ້​ວ່າ​ໄວຣັສອາດ​ມີ​ຕົ້ນກຳ​ເນີ​ດຢູ່​ບ່ອນ​ອື່ນ​ນອກ​ປະ​ເທດ​ຈີນ.

​ເຖິງ​ຢ່າງ​ໃດ​ກໍ​ຕາມ, ທີ​ມງານ​ຂອງ WHO ລະບຸ​ວ່າ: ພາລະກິດ​ນີ້​ເປັນ​ພຽງ​ການ​ສຳ​ຫລວດ​ເບື້ອງຕົ້ນ​ເທົ່າ​ນັ້ນ ​ໂດຍ​ປຽບທຽບ​ວ່າ​ເປັນ​ການ​ຊອກ​ຫາ​ເສັ້ນທາງ​ທີ່​ຈະ​ສຶກສາ​ແບບ​ລົງ​ໃນ​ລາຍ​ລະອຽດ​ຕໍ່​ໄປ.

ກ່ອນ​ໜ້າ​ນີ້ ໜຶ່ງ​ໃນ​ທີ​ມງານ​ໄດ້​ກ່າວ​ຕໍ່​ນັກ​ຂ່າວ​ວ່າ: ຈີນ​ມີ​ຄວາມ​ຍິນ​ດີ​ຈະ​ເປີດ​ເຜີຍ​ຂໍ້​ມູນ​ຫລາຍ​ກວ່າ​ພວກ​ເຂົາ​ຄາດ​ໄວ້ ​ໂດຍ​ທີ​ມຂອງ WHO ​ໄດ້​ຮັບ​ອະນຸຍາດ​ໃຫ້​ເຂົ້າ​ເຖິງ​ສະຖານ​ທີ່​ທຸກ​ແຫ່ງ ​ແລະ ບຸກຄະລາ​ກອນ​ທຸກ​ຄົນ​ຕາມ​ຮ້ອງ​ຂໍ.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button