ສາລະໜ້າຮູ້

ສັບພະຄຸນ ຂອງຕົ້້້ນຕູມກາຂາວ ທີ່ຫຼາຍຄົນ​ອາດ​ຍັງບໍ່ຮູ້​

ຕົ້້ນຕູມກາຂາວ ຈັດເປັນໄມ້ຢືນຕົ້ນຂະໜາດໃຫຍ່. ລຳຕົ້ນສູງປະມານ 15 ມ, ເປືອກຕົ້ນເປັນສີເທົາປົນສີເຫຼືອງ, ບໍ່ມີຊ່ອງອາກາດ, ກ້ຽງ, ຕາມງ່າມໃບບາງຄັ້ັ້ັັັັັງມີໜາມ. ໃບດ່ຽວ, ອອກຮຽງກົງກັນຂ້າມ, ຮູບໄຂ່, ຮູບຮີກ້ວາງ ຫຼື ກົມ, ກ້ວາງ 8-10 ຊມ, ຍາວ 10-14 ຊມ, ໂຄນໃບແຫຼມ, ກົມ ຫຼື ຮູບຫົວໃຈ, ຂອບລຽບ, ປາຍມົນ, ຮຽວແຫຼມ ຫຼື ເປັນຕິ່ງໜາມ, ຜິວໃບສີຂຽວເຂັ້ມ, ຜິວລຽບ ຫຼື ມີຂົນສັ້ນປົກຄຸມຢູ່ບໍລິເວນເສັ້ນກາງກ່າງໃບ

ອາຫານ:

ໝາກສຸກ: ສາມາດກິນໄດ້.

ตูมกาขาว

ສັບພະຄຸນ: ຮາກ: ຝົນກັບນ້ຳທາແກ້ອັກເສບງູກັດ (ຮາກ, ຕົ້ນ), ເປັນຢາແກ້ໄຂ້ມາລາເຣຍ, ແກ້ທ້ອງອືດ, ທ້ອງເຟີ້ ແລະ ຕົ້ມດື່ມເປັນຢາລະບາຍ (ຕົ້ມປະສົມກັບຕົ້ນກຳແພງຈັດຊັ້ນ, ຮາກປໍຂາວ ແລະ ຮາກສະມ່ວງ).

ເປືອກຕົ້ນ: ຊ່ວຍຈະເລີນອາຫານ (ເປືອກຕົ້ນ, ເນື້ອໄມ້), ເປັນຢາບຳລຸງຫົວໃຈ, ຄ້ຽວກິນກັບເກືອແກ້ອາການເຈັບທອງ, ໃຊ້ເປັນຢາແກ້ພິດສັດກັດຕ່ອຍ ແລະ ຝົນກັບເຫຼົ້າພອກ ຫຼື ກິນແກ້ອາການອັກເສບຈາກພິດງູກັດ.

ເນື້ອໄມ້: ຊ່ວຍບຳລັງປະສາດ, ແກ້ໄຂ້, ແກ້ພິດຮ້ອນ, ແກ້ໄຂ້ຊຶມ, ເປັນຢາແກ້ເຈັບເມື່ອຍຕາມຮ່າງກາຍ ແລະ ຕົ້ມດື່ມເປັນຢາແກ້ເບົາຫວານ (ຕົ້ມກັບເຄືອເຂົາຮໍ).

ຕົ້ນ: ຕົ້ມ ຫຼື ຝົນທາແກ້ອາການເຈັບຂໍ້ ແລະ ຕົ້ມດ່ື່ມເປັນຢາແກ້ພິດພາຍໃນ.

ໃບ: ຕຳພອກແກ້ແຜເນົ່າເປື້ອຍຊຳເຮື້ອ, ຕຳພອກ ຫຼື ຄັ້ນເອົານ້ຳທາຮັກສາພະຍາດຜິວໜັງ, ຂີ້ກາກ ແລະ ແກ້ອາການຟົກບວມຕາມຜິວໜັງ.

ແກ່ນ: ຊ່ວຍຈະເລີນອາຫານ, ຊ່ວຍຂັບນ້ຳຍ່ອຍ, ແກ້ອິດເມື່ອຍ, ເປັນຢາບຳລຸງທາດ, ຊ່ວຍກະຕຸ້ນປະສາດສ່ວນກາງ, ບຳລຸງປະສາດຫູ, ຕາ, ດັງ, ຊ່ວຍບຳລຸງຫົວໃຈ ເຮັດຫົວໃຈເຕັ້ນແຮງ, ແກ້ເລືອດພິດ, ແກ້ໄຂ້ ເຮັດໃຫ້ຕົວເຢັນລົງ, ແກ້ພະຍາດປາດົງຂໍ, ແກ້ອາການປວກຮາກ, ບຳລຸງກ້າມຊີ້ນກະເພາະອາຫານເຮັດໃຫ້ລຳໄສ້ແຂງແຮງ, ຊ່ວຍແກ້ລົມໃນທ້ອງ, ຂັບລົມໃນລຳໄສ້, ຂັບພະຍາດພິດ, ຂັບປັດສະວະ, ແກ້ລິດຊີດວງທະວານ, ບຳລຸງທາງເພດຂອງທ່ານຊາຍ, ແກ້ໜອງໃນ, ແກ້ໝາກໄຂ່ຫຼັງອັກເສບ, ໃຊ້ເປັນຢາແກ້ພິດງູ, ພິດຂີ້ເຂັບ, ແມງງອດ, ແກ້ອາການເຈັບເມື່ອຍ, ແກ້ອຳມະພາດ, ແກ້ເສັ້ນຕາຍ, ແກ້ເໜັບຊາ ແລະ ອາການຊາຕາມແຂນຂາ.

ໝາຍເຫດ: ທຸກພາກສ່ວນຂອງຕົ້ນມີພິດ, ເປັນຢາທີ່ອັນຕະລາຍຫຼາຍ ກ່ອນນຳໄປໃຊ້ຕ້ອງຜ່ານຂະບວນການກຳຈັດພິດ.

ຂໍ້ມູນ​: phakhaolao

Related Articles

Leave a Reply

Your email address will not be published. Required fields are marked *

Back to top button