ສາລະໜ້າຮູ້

5 ສາເຫດ ທີ່ຈະເຮັດໃຫ້ເຈົ້າ “ຮູ້ສຶກເບື່ອກັບຊີວິດຕົວເອງ” ຮູ້ແລ້ວຢ່າເຮັດເດີ

ສາເຫດຂອງອາການເບື່ອນັ້ນມີນັບບໍ່ຖ້ວນມັນອາດຈະເກີດຈາກວຽກງານ ຄວາມຮັກຄອບຄົວ ຫຼືຊີວິດສ່ວນຕົວຂອງເຈົ້າເອງເຊັ່ນ

ວຽກງານຂອງເຈົ້າບໍ່ຕື່ນເຕັ້ນພໍ

ຫຼືບໍ່ສ້າງໃຫ້ເກີດແຮງບັນດານໃຈ ແລ້ວເຈົ້າກໍ່ຮູ້ສຶກຢາກຈະເຮັດຫຍັງທີ່ມັນຈະເຕີມເຕັມຕົງຈຸດນີ້ຄວາມສຳພັນຂອງເຈົ້າກັບຄົນຮັກບໍ່ຄ່ອຍຫວືຫວາແລ້ວເຈົ້າກໍໂຫຍຫາຄວາມຮັກ ແລະ ຢາກໃຫ້ມັນເລິກເຊິ່ງໃຫ້ຫຼາຍກວ່າເກົ່າ

ຊີວິດສ່ວນຕົວຂອງເຈົ້າບໍ່ຖືກເຕີມເຕັມ

ເຈົ້າອາດຈະຢາກມີເຮືອນໃຫມ່ ຫຼືຢາກໃຫ້ຄອບຄົວສົນໃຈເຈົ້າຫຼາຍຂຶ້ນອາການເບື່ອເກີດຈາກສະໝອງ ກຳລັງບອກເຮົາວ່າເຮົາໃຊ້ຊີວິດໄດ້ບໍ່ເຕັມທີ່ການເບື່ອໜ່າຍແທ້ໆແລ້ວຄືການທີ່ເຮົາຮູ້ສຶກວ່າເຮົາເຮັດຫຍັງໄດ້ຫຼາຍກວ່ານີ້ ແລະ ຢາກເຮັດໄດ້ຫຼາຍກວ່ານີ້ແຕ່ເພາະວ່າເຮົາບໍ່ສາມາດເຮັດໄດ້ອາດຈະດ້ວຍຕາລາງເວລາ ເຮົາຈື່ງຮູ້ສຶກເບື່ອ ເພາະມັນບໍ່ເປັນດັ່ງໃຈເຮົານີ້ຄືສາເຫດທີ່ເຮັດໃຫ້ເຮົາເກີດຄວາມເບື່ອໜ່າຍຊີວິດ

1. ເຈົ້າຂີ້ຄ້ານເກີນໄປ

ເມື່ອເຈົ້າຮູ້ສຶກເບື່ອເຈົ້າຈະຮູ້ສຶກຄືໝົດພະລັງງານ ເຮັດໃຫ້ເຈົ້າບໍ່ກະຕືລືລົ້ນທີ່ຈະເຮັດຫຍັງເລີຍຖ້າເປັນເພາະສາເຫດນີ້ເຈົ້າຈະຮູ້ສຶກເໝື່ອໜ່າຍ ຢາກຍອມແພ້ ແລະ ບໍ່ຍາກຈະແກ້ໄຂຫຍັງທັງນັ້ນເຈົ້າຂີ້ຄານເກີນກວ່າທີ່ຈະກ້າວອອກຈາກພື້ນທີ່ປອດໄພຂອງເຈົ້າ ແລະ ໄປເລີ່ມເຮັດຫຍັງໃໝ່ໆຊີວິດບໍ່ແມ່ນການຢູ່ໃນພື້ນທີ່ປອດໄພ ມັນເປັນເລື່ອງຂອງການໃຊ້ຊີວິດໃຫ້ສະນຸກສະໜານ

2. ບໍ່ອອກໄປພົບເຈີຜູ້ຄົນໃໝ່ໆ

ເປັນຫຍັງເຈົ້າລອງອອກໄປຮູ້ຈັກຄົນໃໝ່ໆ ເພີ່ມຂຶ້ນທີ່ຈະຊ່ວຍໃຫ້ເຈົ້າພົບແຟຊັ່ນຂອງຕົວເອງແດ່ແລະຖ້າເຈົ້າມົວໃຊ້ເວລາຢູ່ກັບເພື່ອນກຸ່ມເກົ່າໆ ຄົນເກົ່າໆ ເຈົ້າກໍຈະພົບແຕ່ເລື່ອງເກົ່າໆ ຮູບແບບເກົ່າໆຖ້າເຈົ້າເລີ່ມເບື່ອນັ້ນແປວ່າເຈົ້າກຳລັງຢູ່ທ່າມກາງບຸກຄົນທີ່ເຮັດໃຫ້ເຈົ້າໄຮ້ແຮງບັນດານໃຈດັ່ງນັ້ນເຈົ້າຄວນຈະໄປໃນສະຖານທີ່ໃຫມ່ໆ ເພື່ອພົບເຈີຜູ້ຄົນໃໝ່ໆ ເບິ່ງເດີ

3. ເຈົ້າບໍ່ພະຍາຍາມເຮັດຫຍັງເລີຍ

ຖ້າເຈົ້າຄາດຫວັງໃຫ້ຊີວິດມ່ວນຂຶ້ນຕື່ນເຕັ້ນຂຶ້ນເຈົ້າກໍຄວນຈະຫາຫຍັງທີ່ເຮັດໃຫ້ເຈົ້າຮູ້ສຶກແບບນັ້ນຊີວິດຂອງເຈົ້າບໍ່ມີທາງປ່ຽນແປງແນ່ນອນ ຖ້າເຈົ້າຍັງເຮັດຫຍັງແບບເກົ່າໆ

4. ບາງທີເຈົ້າອາດຈະບໍ່ຢາກເຮັດເລື່ອງນີ້ຄົນດຽວ

ຖ້າຊີວິດຂອງເຈົ້າຫວັງແຕ່ຈະເພິ່ງພາຄົນອື່ນມັນກໍຄົງຈະໜ້າເບື່ອຫາກເຈົ້າຢາກເຮັດຫຍັງກໍລອງພາຕົວເອງອອກໄປເຮັດເລີຍໂດຍທີ່ບໍ່ຕ້ອງຖ້າຄົນອື່ນ

5. ເຈົ້າເຊື່ອວ່າຕົວເຈົ້າເອງດີກວ່າຄົນອື່ນ

ມັນກໍເປັນໄປໄດ້ວ່າເຈົ້າອາດຈະຮູ້ສຶກ ຂີ້ຄ້ານຫຼືທີ່ບໍ່ຕອບຮັບຄຳເຊີນຊວນຂອງຜູ້ອື່ນນັ້ນກໍເພາະເຈົ້າຄິດວ່າການຢູ່ກັບຕົວເອງເປັນເລື່ອງທີ່ດີກວ່າເຈົ້າອາດຈະຄິດວ່າຄົນອື່ນຄົງບໍ່ເຮັດໃຫ້ເຮົາມີຄວາມສຸກໄດ້ດອກ ແລະ ຄວາມຄິດແບບນີ້ແລະທີ່ຈະເຮັດໃຫ້ເຈົ້າຕ້ອງຢູ່ຢ່າງດຽວດາຍ ແລະ ຮູ້ສຶກເບື່ອໜ່າຍອ່ານແລ້ວດີ ຢ່າລືມກົດແຊຮ໌ເກັບໄວ້ ແລະ ເພື່ອແບ່ງປັນ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button