ຂ່າວທົ່ວໄປ

ປາກຽວ ຂໍຄ່າຊົກ 40 ລ້ານໂດລາໃນໄຟທ໌ສຸດທ້າຍ ກ່ອນປະກາດອໍາລາ

ແມນນີ ປາກຽວ ນັກມວຍຊາວຟິລິບປິນ ຂໍຄ່າຊົກກ້ອນໃຫຍ່ຄັ້ງສຸດທ້າຍກ່ອນປະກາດອໍາລາການຊົກຢ່າງເປັນທາງການກັບໄຟທ໌ທີ່ຈະພົບກັບ ເທີເຣນ ຄຣໍຟອດ ເຈົ້າຂອງສາຍແອວແຊັມໂລກຮຸ່ນເວລເຕີເວດ ຂອງອົງກອນມວຍໂລກ ( WBO ) ໃນປີ 2021.ກ່ອນໜ້ານີ້ ປາກຽວ ຖືກຢຶດສາຍແອວແຊັມໂລກຮຸ່ນເວລເຕີເວດຂອງ ສະມາຄົມມວຍໂລກ

( WBA ) ເນື່ອງຈາກບໍ່ໄດ້ຂຶ້ນປ້ອງກັນແຊັມດົນເກີນກໍານົດ. ດັ່ງນັ້ນ ຈິ່ງເຮັດໃຫ້ລາວຕ້ອງຫາໂອກາດຂຶ້ນຊົກເປັນໄຟທ໌ທີ 72 ໃນອາຊີບນັບຕັ້ງແຕ່ໄຟທ໌ຫຼັງສຸດທີ່ເອົາຊະນະ ຄີດ ເທີແມນ ເມື່ອເດືອນກໍລະກົດ 2019.ປາກຽວ ເປີດເຜີຍວ່າ: “ ຂ້ອຍຢາກສູ້ກັບໃຜຈັກຄົນທີ່ມີສາຍແອວແຊັມໂລກຢູ່, ແຕ່ຂ້ອຍໄດ້ປຶກສາກັບ ບ໊ອບ ອາຣໍາ ຜູ້ຈັດການມວຍ

ທີ່ມີຊື່ສຽງວ່າ ຂ້ອຍຕ້ອງການໄດ້ຄ່າຊົກ 40 ລ້ານໂດລາ ແລະ ຄຣໍຟອດ ຕ້ອງໄດ້ທີ 10 ລ້ານໂດລາ. ຢ່າງໃດກໍຕາມ ຂ້ອຍພ້ອມຊົກກັບທຸກຄົນ ແລະ ຂ້ອຍບໍ່ເຄີຍຫັນຫຼັງໃຫ້ກັບຄໍາທ້າທາຍໃດ ຈັດມາເລີຍ ”.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button