ບົດຄວາມ

ພໍ່ແມ່ເຮົາຄືຄົນເກັ່ງທີ່ສຸດ !! ບໍ່ມີໃບປະລິນຍາຈັກໃບແຕ່ສາມາດສົ່ງລູກຮຽນຈົບປະລິນຍາໄດ້

ພໍ່ແມ່ເຮົາຄືຄົນເກັ່ງທີ່ສຸດ !! ບໍ່ມີໃບປະລິນຍາຈັກໃບແຕ່ສາມາດສົ່ງລູກຮຽນຈົບປະລິນຍາໄດ້ຊີວິດບາງຄົນພໍ່ແມ່ເຮົາຕ້ອງບອກວ່າເກັ່ງຫຼາຍ ເຖີງຈະບໍ່ມີຫຍັງ ບາງຄອບຄົວຈົນ ! ບໍ່ມີໃບປະລິນຍາຈັກໃບແຕ່ສາມາດສົ່ງລູກຮຽນຈົບປະລິນຍາໄດ້

ບາງຄອບຄົວ ລຳບາກ ບໍ່ມີເຂົ້າຂອງດີໆ ບໍ່ໄດ້ມີເງິນເດືອນ ແຕ່ສາມາດເຮັດໃຫ້ລູກສະບາຍໄດ້ພໍ່ແມ່ບາງຄອບຄົວເຮັດວຽກໜັກບໍ່ພັກ ແຕ່ບໍ່ຄ່ອຍຈົ່ມ ແຕ່ທ່ານຍອມທົນກັບຄວາມເມື່ອຍ ມີແຕ່ຢ້ານລູກຈະບໍ່ສະບາຍລຳບາກ ທ່ານຄືຄົນເຊື່ອໝັ່ນໃນຕົວເຮົາ ແມ້ບາງຄັ້ງເຮົາເມື່ອຍທໍ້ ບໍ່ເຊື່ອໝັ້ນກັບຕົວເອງຖ້າເມື່ອຍ ຖ້າທໍ້ກັບວຽກງານ ການຮຽນ ກໍສາມາດກັບໄປຫາພໍ່ແມ່ໄດ້ ເພາະທ່ານບໍ່ເຄີຍດູຖູກເຮົາ

ແມ້ວ່າໃນວັນທີ່ເຮົາດູຖູກຕົວເອງບໍ່ຄວນເບີ່ງສີ່ງທີ່ທ່ານທຸ້ມເທເປັນສີ່ງເລັກນ້ອຍ ເພາະມັນໝາຍເຖີງທັງໝົດທີ່ທ່ານມີ ພໍ່ແມ່ອົດກິນຂອງແຊບໆ ເພື່ອສົ່ງເງິນໃຫ້ລູກຮຽນ ຫາເງິນໃຫ້ລູກຮຽນຖ້າລູກມີຄວາມສຸກ ພໍ່ແມ່ກໍມີຄວາມສຸກໄດ້ ພໍ່ແມ່ໃຊ້ເຄື່ອງນຸ່ງຮົ່ມເກົ່າໆໄດ້ ເພື່ອເອົາເງິນໄວ້ໃຫ້ລູກໃຊ້ຊວງຮຽນບໍ່ຮູ້ວ່າລູກບາງຄົນຄິດຮອດພໍ່ແມ່ ຕອນໃດແນ່

ແຕ່ສຳລັບພໍ່ແມ່ ບໍ່ມີມື້ໃດບໍ່ຄິດຮອດລູກ ເມື່ອລູກຈາກພໍ່ແມ່ໄປຮຽນ ເຖີງຈະໃຫຍ່ ສາມາດເບີ່ງແຍງຕົວເອງໄດ້ກໍຕາມ

ແຕ່ພໍ່ແມ່ຍັງຫ່ວງໃຍລູກສະເໝີພໍ່ແມ່ຍອມທຸ້ມເທ ຫາເງິນເພື່ອສົ່ງລູກຮຽນ ຢາກໃຫ້ລູກໄດ້ດີ ມີວຽກເຮັດດີໆ ບໍ່ຢາກໃຫ້ລູກລຳບາກໃນອະນາຄົດ ພໍ່ແມ່ພະຍາຍາມຫາເງິນ ເພື່ອສົ່ງໃຫ້ລູກຮຽນທຸກໆເດືອນ ເຖີງບາງຄັ້ງທາງບ້ານຈະບໍ່ມີໃຊ້ແຕ່ພໍ່ແມ່ກໍພະຍາຍາມເກັບໄວ້ສົ່ງໃຫ້ໄດ້ລູກໆທັງຫຼາຍ

ຖ້າໄດ້ຮ່ຳຮຽນ ຈົ່ງຕັ້ງໃຈສາເດີ ສົມກັບລາວສົ່ງເສຍ ເງິນ ເວລາ ຄວາມເຊື່ອໃຈ ຢ່າເຮັດໃຫ້ທ່ານເສຍໃຈ ເພາະເອົາເງີນໄປກິນທາງອື່ນ ບໍ່ໄດ້ໃຊ້ໃນການຮຽນໃຫ້ນຶກເຖີງພໍ່ແມ່ ຄອບຄົວເຮົາລຳບາກ ອີຕົນພໍ່ແມ່ ພໍ່ແມ່ບາງຄົນເປັນປະຊາຊົນ ຫາເຊົ້າກິນຄ່ຳ ຢ່າໄປຫຼົງໄຫຼໃນສັງຄົນແສງສີຫຼາຍເກີນໄປຖ້າມີໂອກາດຈົ່ງຟ້າວກັບມາຫາທ່ານ ມາດູແລຕອບແທນທ່ານ

ຂໍພອນຈາກທ່ານ ໃນເວລາທີ່ທໍ້ ເມື່ອຍກັບບັນຫາຊີວີດ ການຮຽນ ການງານ.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button