ແຫ່ອາໄລດ້ວຍຄວາມໂສກເວົ້າກັບການຈາກໄປຂອງ ແມ່ພີມຂອງຊາດອີກໜຶ່ງທ່ານ ໂດຍສະເພາະສິດທີ່ເຄີຍຮຽນນຳອາຈານທ່ານນີ້ ອາຈານ ຕຸ໊ຍ ພອນສະໝຸດ ສອນນະລາດ ທີ່ເພິ່ນສອນ ເລກ, ຄະນິດສາດ ລວມທັງສອນກິລາບາສໃຫ້ກັບຫຼາຍໆຄົນ ທີ່ເຕີບໃຫຍ່ ແລະ ເປັນທີມຊາດກໍມີ ເພິ່ນສອນຢູ່ ມ.ປ ສີສັດຕະນາກ

ຈາກເຟດບຸກ Outhaivanh Phommanolath ໄດ້ໂພສວ່າ ຂໍໄວ້ອາໄລໃຫ້ແກ່ດວງວິນຍານລຸງ “ຕຸ໊ຍ” ພອນສະໝຸດ ສອນນະລາດ ທີ່ຈາກໄປໂດຍບໍ່ມີວັນຫວນກັບເຫຼືອໄວ້ພຽງຄວາມຊົງຈຳແລະຄຸນງາມຄວາມດີໄວ້ໃຫ້ລູກຫລານໄດ້ຄິດຮອດຄິດເຖິງ ຂໍໃຫ້ດວງວິນຍານລຸງຈົ່ງໄປສູ່ສຸຂະຕິ ຮັກແລະເຄົາລົບສະເໝີ

ເຊິ່ງເຂົ້າໄປອ່ານໃນຄອມເມັ້ນຮູ້ວ່າ ອາຈານເພິ່ນເສຍມື້ເຊົ້ານີ້ 26 ກຸມພາ 2021 ດ້ວຍພະຍາດມະເຮັງສ່ວນງານປະນາກິດ ແລະ ລາຍລະອຽດຕ່າງໆ ດຽວຈະແຈ້ງໃຫ້ຮູ້ຕາມຫຼັງເດີ້
ຂໍສະແດງຄວາມໄວ້ອາໄລນຳເດີ້ອາຈານ ໄປສູ່ສະຫວັນຊັ້ນຟ້າເດີ້