ໂລກອອນລາຍຈີນຮືຮາ ຫລັງສານພິພາກສາໃຫ້ຜົວຈ່າຍເງິນຊົດເຊີຍຄ່າເຮັດວຽກເຮືອນໃຫ້ເມຍ 50.000 ຢວນ, ຂະນະທີ່ຫລາຍຝ່າຍຊີ້ວ່າ: ຄຳຕັດສິນນີ້ອາດເປັນບັນຖັດຖານໃຫ້ຄະດີຢ່າຮ້າງໃນອະນາຄົດ.ວັນທີ 24 ກຸມພາ 2021, ໜັງສືພິມໂກລບອລທາມ ສື່ຂອງທາງການຈີນ ລາຍງານໃນວັນທີ 23 ກຸມພາວ່າ: ສານຄອບຄົວໃນນະຄອນຫລວງປັກກິ່ງ ຂອງຈີນ ຕັດສິນໃຫ້ເມຍຄົນໜຶ່ງມີສິດໄດ້ຮັບເງິນຊົດເຊີຍຈາກຜົວ ໃນຖານະທີ່ນາງເປັນຝ່າຍຕ້ອງເຮັດວຽກເຮືອນຄົນດຽວນັບແຕ່ແຕ່ງດອງກັນເມື່ອປີ 2015 ໂດຍສານ.

ລະບຸວ່າ: ຜົວຕ້ອງຈ່າຍຄ່າຊົດເຊີຍສ່ວນນີ້ເປັນເງິນ 50.000 ຢວນ.ລາຍງານລະບຸວ່າ: ຄຳຕັດສິນນີ້ເປັນໄປຕາມກົດໝາຍໃໝ່ທີ່ຫາກໍບັງຄັບໃຊ້ໃນປີນີ້ ທີ່ລະບຸໃຫ້ຜົວ-ເມຍທີ່ມີຈຸດປະສົງຈະຢ່າຮ້າງກັນ ນອກຈາກຈະຕ້ອງແບ່ງຊັບສິນຢ່າງເທົ່າທຽມແລ້ວ, ແຕ່ລະຝ່າຍຍັງຕ້ອງຈ່າຍເງິນຊົດເຊີຍໃນກໍລະນີທີ່ອີກຝ່າຍຕ້ອງຮັບຜິດຊອບໜ້າທີ່ໃດໜ້າທີ່ໜຶ່ງ.

ຫລາຍກວ່າເຊັ່ນ: ການລ້ຽງລູກ ຫລື ການເບິ່ງແຍງຜູ້ອາຍຸສູງ ເປັນຕົ້ນ.ຄຳຕັດສິນດັ່ງກ່າວກາຍເປັນຈຸດສົນໃຈຫລາຍໃນໂລກອອນລາຍຂອງຈີນ ໂດຍຊາວເນັດຈຳນວນຫລາຍເບິ່ງວ່າ: ກົດໝາຍສະບັບນີ້ເຮັດໃຫ້ສັງຄົມກັບມາເຫັນຄວາມສຳຄັນຂອງເມຍທີ່ມີພາລະເຮັດວຽກເຮືອນ. ຂະນະທີ່ບາງສ່ວນເບິ່ງວ່າ: ຄ່າຊົດເຊີຍ 50.000 ຢວນ ຍັຍັງໜ້ອຍ.

ເກີນໄປ ເມື່ອທຽບໃສ່ການເຮັດວຽກເຮືອນເຖິງ 5 ປີ.ເຊັ່ນດຽວກັບຫລາຍຝ່າຍເບິ່ງວ່າ: ຄຳພິພາກສານີ້ຈະກາຍເປັນບັນຖັດຖານໃຫ້ຄະດີຢ່າຮ້າງອື່ນໆໃນອະນາຄົດ. ເຖິງຢ່າງໃດກໍຕາມ, ທະນາຍຄວາມຜູ້ຊ່ຽວຊານເບິ່ງວ່າ: ຍັງເປັນເລື່ອງຍາກທີ່ຈະນຳເອົາກໍລະນີດັ່ງກ່າວໄປປຽບທຽບໃສ່ກໍລະນີຢ່າຮ້າງອື່ນໆ ເພາະຜົວ-ເມຍແຕ່ລະຄູ່ມີການພົວພັນທີ່ສັບຊ້ອນ.

ເກີນກວ່າຈະໄປປຽບທຽບຕົວຢ່າງກັບໃຜໄດ້.ເວັບໄຊ BBC ລາຍງານອ້າງສະຖິຕິທີ່ລະບຸວ່າ: ຜູ້ຍິງຢູ່ປະເທດຈີນຕ້ອງໃຊ້ເວລາສະເລ່ຍເກືອບ 4 ຊົ່ວໂມງຕໍ່ວັນ ໃນການເຮັດວຽກເຮືອນ ເຊິ່ງຖືວ່າຫລາຍກວ່າຜູ້ຊາຍເຖິງ 2,5 ເທົ່າ ແລະ ຍັງສູງກວ່າຄ່າສະເລ່ຍໃນປະເທດອື່ນໆ.