ແຈ້ງການ
ແຈ້ງການດ່ວນ !! ອາກາດເຢັນລົງໃນແຕ່ລະພາກ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມຢູ່ບາງທ້ອງຖິ່ນ

ພະຍາກອນອາກາດ ປະຈໍາວັນທີ 03 ມີນາ 2021ບໍລິເວນຄວາມກົດດັນສູງຂອງອາກາດເຢັນ ໄດ້ແຜ່ລົງມາປົກຄຸມຢູ່ທົ່ວທຸກພາກ

ຂອງປະເທດລາວດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບລົມຕາເວັນອອກສ່ຽງເໜືອພັດປົກຄຸມ,ຊຶ່ງຈະເຮັດໃຫ້ເຮັດໃຫ້ອາກາດເຢັນລົງ 1 ຫາ 2 ອົງສາ

ຢູ່ໃນແຕ່ລະພາກ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ.

ສ່ວນພາກໃຕ້ ອາກາດຮ້ອນ ພ້ອມຈະມີລົມພັດແຮງເປັນບາງໂອກາດ.
