ອອກພັນສາທີ່ ນະຄອນຫຼວງວຽງຈັນ ປີນີ້ ບໍ່ຈັດໃຫຍ່ ແລະຮ້ານຄ້າມີຈຳນວນຈຳກັດ

ອອກພັນສາທີ່ ນະຄອນຫຼວງວຽງຈັນ ປີນີ້ ຈະມີເຮືອຊ່ວງ ເຂົ້າຮ່ວມ 10 ລໍາ ແຕ່ລະລຳມີ 12 ສີພາຍເທົ່ານັ້ນ ບໍ່ຈັດໃຫຍ່ ແລະຮ້ານຄ້າມີຈຳນວນຈຳກັດ

ກ່ອນໜ້ານັ້ນໂດຍມີແຈ້ງການລະບຸວ່າ: ທາງຫ້ອງການຄຸ້ມຄອງສວນເຈົ້າອານຸວົງ ຈະໄດ້ຈັດງານບຸນອອກພັນສາ ປະວໍລິນາ ແລະ ບຸນຊ່ວງເຮືອ 2020 ທີ່ສວນເຈົ້າອານຸວົງ ຈິ່ງແຈ້ງໃຫ້ຢຸດຢຸດຕະຫຼອດກາງຄືນ ສວນເຈົ້າອານຸວົງ ແຕ່ວັນທີ 27 ກັນຍາ – 3 ຕຸລາ 2020 ເປັນຈໍານວນ 7 ມື້.

ຫຼ້າສຸດຕາມການລາຍງານຂອງ ໜັງສືພິມວຽງຈັນທາຍ ລະບຸວ່າ: ທ່ານ ບຸນໜາ ຜາທຸມມະວົງ ເຈົ້າເມືອງຈັນທະບູລີ ທັງເປັນປະທານຈັດງານບຸນອອກພັນສາ ປະວໍລະນາ ປະຈໍາປີ 2020 ທີ່ທ່າວັດຈັນ ກ່າວໃນພິທີຖະແຫຼງຂ່າວໃນວັນທີ 22 ກັນຍາ 2020 ວ່າ: ງານບຸນຊ່ວງເຮືອ ເນື່ອງໃນບຸນອອກພັນສາປະວໍລະນາປີນີ້ ຈະຈັດຂຶ້ນລະຫວ່າງວັນທີ 1-3 ຕຸລາ 2020 ຈະມີພຽງແຕ່ເຮືອ 12 ສີພາຍພຽງ 10 ລໍາເທົ່ານັ້ນ ໂດຍຈຸດປ່ອຍເຮືອງແມ່ນເຂດບ້ານສີຖານເໜືອ ເມືອງສີໂຄດຕະບອງ (ແຖວຮ້ານອາຫານ ມູນເລີໄນ້ຍ) ລົງໄປຫາຜາມໄຊ ໜ້າວັດຈັນ.

 

ສ່ວນພື້ນທີ່ຈັດງານບຸນ ການຂາຍຜະລິດຕະພັນຕ່າງ ໆຈະກະທັດຮັດ ແມ່ນກໍານົດໃຫ້ຂາຍພາຍໃນຂອບເຂດ ສວນເຈົ້າອານຸວົງ ແລະ ຂອບເຂດນອກຈໍານວນຫນຶ່ງເທົ່ານັ້ນ

About admin

Check Also

ປະກາດຕາມຫາຄົນຫາຍຕົວໄປ

ປະກາດຕາມຫາຄົນຫາຍຕົວໄປ ເຊິ່ງຜູ້ກ່ຽວຂຶ້ນໄປເຮັດວຽກຢູ່ວຽງຈັນຍິງ 3ຄົນອາຍຸປະມານ 17 ປີລງມາຕອນນີ້ຕິດຕໍ່ພວກເຂາຍັງບໍ່ໄດ້ເທືອ ເຊິ່ງຜູ້ກຽວ ບ້ານເກີດຜູ້ກຽ່ວ ບ.ໂນນສີວິໄລ ເມືອງ ທ່າປາງທອງ ແຂວງ ສະຫວັນນະເຂດ.ຊ່ວຍແຊຣ໌ຕໍ່ໆໄປໃຫ້ແນ່. ຄັນພົບເຫັນ ໃຫ້ໂທແຈ້ງ ຫາເບີ …

Leave a Reply

Your email address will not be published. Required fields are marked *