ເຕືອນສິ່ງຂອງ 7 ຢ່າງນີ້ບໍ່ຄວນມີໄວ້ໃນບ້ານ ມັນຈະນຳພາສິ່ງໂຊກຮ້າຍມາໄດ້

1. ຕົ້ນໄມ້ທີ່ຕາຍ
ຢ່າປ່ອຍໃຫ້ຕົ້ນໄມ້ທີ່ຢູ່ພາຍໃນບໍລິເວນບ້ານແຫ້ງແຫ່ວ ຫລື ຕາຍໄປ ເພາະຈະຫມາຍເຖິງການເປີດທາງໃຫ້ສິ່ງທີ່ບໍ່ດີ ແລະ ຄວາມໂຊກຮ້າຍເຂົ້າມາ
2. ຕົ້ນໄມ້ມີຫນາມ
ຕົ້ນໄມ້ຕ່າງໆທີ່ມີໜາມເຊັ່ນ: ກະບອງເພັດ ຍົກເວັ້ນກຸຫຼາບ ບໍ່ຄວນນຳມາປູກໄວ້ບໍລິເວນເຮືອນຫຼືນຳມາຕົກແຕ່ງເຮືອນເດັດຂາດ ເພາະຕາມຫຼັກຮວງຈຸ້ຍເຊື່ອວ່າຕົ້ນໄມ້ເຫຼົ່ານີ້ຈະນຳພາພະລັງງານດ້ານລົບ ແລະ ຄວາມໂຊກຮ້າຍມາໃຫ້

3. ແວ່ນແຕກ
ເຖິງແມ້ຈະເປັນສິ່ງຈຳເປັນທີ່ທຸກເຮືອນມັກຈະມີ ແຕ່ແທ້ໆແລ້ວຕາມຫຼັກການຮວງຈຸ້ຍ ບໍ່ວ່າຈະເປັນແວ່ນທີ່ດີ ຫຼື ແວ່ນທີ່ແຕກແລ້ວລ້ວນແລ້ວແຕ່ສື່ຄວາມໝາຍໃນດ້ານລົບ ເຊື່ອວ່າແວ່ນສາມາດດູດວິນວານໄດ້ ຈະເຮັດໃຫ້ຄົນໃນເຮືອນເຈັບປ່ວຍລົ້ມຕາຍ
4. ຈານແຕກ
ຈານ-ຖ້ວຍທີ່ມີຮອຍແຕກຫຼືເສຍຫາຍໄປແລ້ວ ບໍ່ມີປະໂຫຍດຫຍັງທີ່ຈະເກັບໄວ້ ຫຼືພະຍາຍາມຈະເຮັດໃຫ້ມັນກັບມາໃຊ້ໄດ້ຄືເກົ່າຄວນເອົາໄປຖິ້ມໄດ້ເລີຍ ເພາະຫາກເກັບໄວ້ຈະເປັນການຕອກຢໍ້າ ແລະ ສະກົດຈິດໃຕ້ສຳນຶກຂວອງເຮົາໃຫ້ເປີດຮັບແຕ່ເລື່ອງບໍ່ດີ ເຂົ້າມາໃນຊີວິດ ແລະ ເຮືອນຂອງເຮົາເອງ

5. ປະຕິທິນເກົ່າ
ປະຕິທິນເກົ່າ ສື່ເຖິງເລື່ອງລາວທີ່ຜ່ານໄປແລ້ວໃນອະດີດ ຫາກເກັບໄວ້ ຈະເຮັດໃຫ້ເກີດຜົນກະທົບໃນທາງລົບກັບຊີວິດຂອງຄົນໃນເຮືອນ
6. ປະຕູສີດຳ
ໃນທາງຮວງຈຸ້ຍເຊື່ອວ່າ ປະຕູສີດຳຈະນຳພາມາເຊິ່ງຄວາມໂຊກຮ້າຍ ເປັນປະຕູທີ່ຄອຍເປີດຕ້ອນຮັບສິ່ງບໍ່ດີໃຫ້ເຂົ້າມາໃນເຮືອນຍົກເວັ້ນຖ້າໜ້າປະຕູເຮືອນຫັນໄປທາງທິດເໜືອພໍດີ ກໍ່ບໍ່ມີບັນຫາຫຍັງທີ່ໜ້າກັງວົນ

7. ໂມງຕາຍ
ໃນທາງຮວງຈຸ້ຍເຊື່ອວ່າສິ່ງຂອງທີ່ເພພັງຫຼືເສຍຫາຍ ສື່ເຖິງການເສຍຊີວິດ ແລະ ອາດນຳມາເຊິ່ງຄວາມສູນເສຍພາຍໃຈເຮືອນຈຶ່ງບໍ່ຄວນເກັບຂອງທີ່ຊຳລຸດເສຍຫາຍເອົາໄວ້ ໂດຍສະເພາະໂມງຕາຍ ຫຼືຖ້າບໍ່ຢາກຖິ້ມກໍ່ຮີບເອົາໄປແປງດ່ວນ
ຮູ້ແລ້ວກໍ່ປັບປ່ຽນດ່ວນກັນເລີຍເດີ ເພື່ອຄວາມສະບາຍໃຈຂອງຕົວທ່ານເອງ ບາງຄົນອາດຈະບໍ່ເຊື່ອແຕ່ກໍ່ບໍ່ຄວນຈະລົບຫຼູ່ເດີ
ບໍ່ແນ່…ຖ້າປັບປ່ຽນທ່ານອາດຈະໄດ້ເປັນເສດຖີຄົນຕໍ່ໄປກໍ່ເປັນໄດ້