ຂ່າວທົ່ວໄປ
ບໍລິສັດລາວອຸດສາຫະກຳ – ກະສິກຳຈຳກັດໄດ້ລົງມອບເຄື່ອງຊ່ວຍເຫລືອ ຄອບຄົວທຸກຍາກ

ບໍລິສັດລາວອຸດສາຫະກຳ – ກະສິກຳຈຳກັດໄດ້ລົງມອບເຄື່ອງຊ່ວຍເຫລືອໃຫ້ຄອບຄົວທ້າວ ເຫລືອງ ( ຕູ້ເອີ້ງ) ໝ່ວຍ 16 ເຊິ່ງເປັນຄອບຄົວທຸກຍາກ

ທ່ານ ຫລຸມຄຳ ວົງໄຊ ປະທານບໍລິສັດລາວອຸດສາຫະກຳ – ກະສິກຳຈຳກັດ ບ້ານເກີນ, ທ່ານ ບຸນທັບ ວົງໄຊ ຮອງເຈົ້າເມືອງໆທຸລະຄົມ,ຫົວໜ້າຫ້ອງການ ແຮງງານ-ສະຫວັດດີການສັງຄົມເມືອງ,

ເລຂາພັກ-ນາຍບ້ານບໍ ແລະນາຍບ້ານນຳ້ອ່າງ ໃດ້ລົງມອບເຄື່ອງຊ່ວຍເຫລືອໃຫ້ຄອບຄົວທ້າວ ເຫລືອງ ( ຕູ້ເອີ້ງ) ໝ່ວຍ 16 ເຊິ່ງເປັນຄອບຄົວທຸກຍາກຢູ່ບ້ານບໍ່ ເມືອງທຸລະຄົມ ແຂວງວຽງຈັນ,

ມີລົດຖີບ 1 ຄັນ,ເຂົ້າສານ,ໝີ່,ນຳ້ປາ,ເງີນສົດຈຳນວນໜຶ່ງ ແລະລໍ້ຍູ້ລວມມູນຄ່ທັງໝົດ 3 ລ້ານກວ່າກີບ.


ພາບໂດຍ: ຈັນສະໝອນ