ເມືອງກະລຶມ ແຂວງເຊກອງ ໄດ້ຮັບຜົນເສຍຫາຍຈາກພະຍຸໂນອຶນ ເກືອບ 2 ຕື້ກີບ ແລະມີຜູ້ສູນຫາຍ 1 ຄົນ

ພາຍຫລັງພາຍຸໂນອຶນ ພັດຜ່ານເຂົ້າ ເມືອງກະລຶມ ແຂວງເຊກອງ ລະຫວ່າງວັນທີ 18-20 ກັນຍາຜ່ານມານີ້ ໄດ້ສ້າງຄວາມເສຍຫາຍໃຫ້ແກ່ຊັບສິນ, ຊິວິດ, ທີ່ຢູ່ອາໄສຂອງປະຊາຊົນ ແລະ ພື້ນຖານໂຄງລ່າງຫລາຍສົມຄວນໂດຍສະເພາະຢູ່ 10 ບ້ານຂອງເມືອງກະລຶມ ລຽບຊາຍແດນລາວ-ຫວຽດນາມ ທີ່ໄດ້ຮັບຜົນກະທົບໜັກໜ່ວງຄື: ລະບົບເສັ້ນທາງຄົມມະນາຄົມ, ຂົວ, ເນື້ອທີ່ທໍາການຜະລິດ, ເຮືອນ ແລະ ປະຊາຊົນບ້ານໂກຣ 1 ຄົນຖືກນໍ້າຫ້ວຍອາຣາງ ຊັດໄຫລສູນຫາຍ ຂະນະທີ່ປັດຈຸບັນ, ເຈົ້າໜ້າທີ່ຍັງສືບຕໍ່ຄົ້ນຫາຢ່າງຕໍ່ເນື່ອງ.


ທ່ານ ວັນໄຊ ຈັນທະຍັບ ຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງກະລຶມ,ຮອງປະທານຄະນະກຳມະການປ້ອງກັນ ແລະ ຄຸ້ມຄອງໄພພິບັດເມືອງລາຍງານໃນວັນທີ 22 ກັນຍາຜ່ານມາວ່າ: ວັນທີ 18-20 ກັນຍາ ເກີດຝົນຕົກໜັກຕິດຕໍ່ກັນ ເຮັດໃຫ້ເກີດເຫດການນໍ້າໄຫລຊຸ, ນໍ້າຫລາຍສາຍເພີ່ມຂຶ້ນກະທັນຫັນ ແລະ ໄຫລຖ້ວມ ພ້ອມທັງຊຸເອົາເຮືອນ, ພື້ນທີ່ທໍາການຜະລິດ ແລະ ເສັ້ນທາງຄົມມະນາຄົມເສຍຫາຍຢ່າງຫລວງຫລາຍ ໂດຍສະເພາະຢູ່ບັນດາບ້ານເຂດຊາຍແດນລາວ-ຫວຽດນາມ ດັ່ງນັ້ນອົງການປົກຄອງເມືອງ ແລະ ຄະນະກຳມະການ ຄພບ ເມືອງ ໄດ້ແຕ່ງຕັ້ງພະນັກງານໄປຊ່ວຍເຫລືອປະຊາຊົນທີ່ຖືກກະທົບທັງເກັບກຳຂໍ້ມູນຜົນເສຍຫາຍເບື້ອງຕົ້ນ ຊຶ່ງພົບວ່າ: ປະຊາຊົນບ້ານໂກຣ ຖືກນ້ຳຫ້ວຍອາຣາງ ໄຫລຊຸເອົາປະຊາຊົນສູນຫາຍ 1 ຄົນ.

ຂະນະທີ່ນ້ຳຫ້ວຍປະຍາງໄຫລເຂົ້າຖ້ວມ ແລະ ຊຸເຮືອນປະຊາຊົນ ບ້ານປະນອນ ໄຫລໄປນໍານໍ້າປ່າ ຈໍານວນ 2 ຫລັງ, ຖຽງນາ 5 ຫລັງ, ເຮືອນເພ 5 ຫລັງ, 22 ຄອບຄົວ ແລະ ປະຊາຊົນເດືອດຮ້ອນ 120 ຄົນ, ຍິງ 45 ຄົນ. ນອກນີ້ເຫດການດັ່ງກ່າວຍັງກະທົບຕໍ່ການຜະລິດ ໂດຍສະເພາະເນື້ອທີ່ນາເສຍຫາຍ 7 ເຮັກຕາ, ຊົນລະປະທານ 12 ແຫ່ງ, ນ້ຳລິນ 1 ບໍ່, ໂຮງຮຽນ 1 ຫລັງ, ລວມມູນຄ່າເສຍຫາຍ 1,9 ຕື້ກວ່າກີບ ຂະນະທີ່ຂົວຫ້ວຍອາຈິງ, ຫ້ວຍອາຣາງ ບ້ານໂກຣ ແຕກ ແລະ ຫັກ, ຂົວບ້ານຕະລ໋ອງ ຫັກເພ ແລະ ເສັ້ນທາງ 7511 ແຕ່ເມືອງຫາບ້ານໂກຣ ຖືກດິນເຊາະເຈື່ອນຖົມ ຊຶ່ງເຮັດໃຫ້ບໍ່ສາມາດສັນຈອນທາງລົດໄດ້.


ແນວໃດກໍ່ດີ ຈາກເຫດການດັ່ງກ່າວ, ຄະນະກຳມະການປ້ອງກັນ ແລະ ຄຸ້ມຄອງໄພພິບັດເມືອງກະລຶມ ຮ່ວມກັບອົງການປົກຄອງທຸກຂັ້ນ ໄດ້ວາງແຜນຟື້ນຟູຫລັງໄພພິບັດ ແລະ ໄດ້ເຂົ້າໄປຊ່ວຍເຫລືອປະຊາ ຊົນທີ່ຖືກກະທົບຢ່າງເລັ່ງດ່ວນເພື່ອປົວແປງສະພາບຈິດໃຈໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.

About admin

Check Also

ສູດປະຣິຕະມຸງຄຸນ

ສູດປະຣິຕະມຸງຄຸນ ປັດເປົ່າສິ່ງບໍ່ດີອອກຈາກຂົວປາກເຊ ໃນວັນທີ່ 30/03/2023 ເວລາ 17:20 ໄດ້ເຮັດວີທີຕັດບາດຍາດນ້ຳທີ່ຂົວ ນະຄອນປາກເຊ ຫວັງວ່າຊີເກີດຜົນດີນໍ ລິ້ງຮູບ https://m.facebook.com/story.php?story_fbid=pfbid05rETP5ytpszU9DZX9WVLyhVh8wXSc192cLcEYHrBDK5YJFobExPpxVnxMFg9o33ql&id=100044567228155&mibextid=Nif5oz ກົດ Like ກົດ Share …

Leave a Reply

Your email address will not be published. Required fields are marked *