ໂຄແວັກ ໄດ້ແຈກຢາຍວັກຊິນປ້ອງກັນໂຄວິດ – 19 ກ່ວາ 20 ລ້ານຫລອດຕາມຂ່າວຈາກ ຫວຽດນາມ,(VOVWORLD),ວັນທີ6ມີນານີ້ -ທ່ານ ເທໂດຣສ ອາຮານອມ ເກເບຣເຢສຸສ(Tedros Adhanom Ghebreyesus),ຜູ້ອຳ ນວຍການ

ອົງການ ອະນາໄມໂລກ WHO ໃຫ້ຮູ້ວ່າ: ໂຄແວັກ (COVAX) ເຊິ່ງແມ່ນ ກົນໄກ ວັກຊິນ ສາກົນ ໂດຍອົງການ ອະນາໄມໂລກ( WHO) ນຳໜ້າ ແລະ ບັນດາ ຄູ່ຮ່ວມມື ໄດ້

ແຈກຢາຍ ວັນຊິນ ປ້ອງກັນ ໂຄວິດ – 19 ກ່ວາ 20 ລ້ານຫລອດ ໄປຍັງ 20 ປະເທດ ແລະ ໃນອາທິດຕໍ່ໄປ ໂຄແວັກ ຈະແຈກຢາຍ ວັກຊິນ ຕື່ມອີກ 14,4 ລ້ານຫລອດ

ໄປຍັງ 31 ປະເທດ ໂດຍ ເປົ້າໝາຍ ຫລັກແຫລ່ງ ຂອງໂຄງການ ແມ່ນສະໜອງ ວັນຊິນ ປ້ອງກັນ ໂຄວິດ – 19 ຈຳນວນ2 ຕື້ຫລອດ ໃນທ້າຍປີນີ້.