ຢາກໃຫ້ປະເທດລາວເຮົາມີບ່ອນຮັບຮອງລ້ຽງແມວແບບນີ້ແດ່

ໃນປະເທດລາວເຮົາເລື່ອງສັດລ້ຽງປະເພດແມວຖືວ່າບໍ່ຄ່ວຍມີຄວາມສຳຄັນຫຼາຍເພາະສັດປະເພດນີ້ລ້ຽງບໍ່ຄ່ອຍໄດ້ໃຊ້ປະໂຫຍດຫຼາຍ ແລະ ຍັງເປັນປະເພດສັດທີ່ນ້ອຍ ແລະ ອ່ອນແອອີກ..

ການດຳລົງຊີວິດຂອງສັດປະເພດນີ້ຈະອາໃສຢູ່ໃນບ່ອນທີ່ມີຄົນຢູ່ເພາະມັນຫາກິນບໍ່ຄ່ອຍເປັນຈະອາໃສກິນອາຫານທີ່ຄົນຈ່ອງໃຫ້ ຫຼື ຊອກຫາກິນອາຫານທີ່ເຫຼືອທີ່ຄົນຖີ້ມໄປແລ້ວ.

ແມວໃນປະເທດລາວເຮົາຈະບໍ່ມີເຈົ້າຂອງສ່ວນຫຼາຍມັນຈະມັກໄປອາໃສຢູ່ໃນວັດແລະລໍ້ທົ່ວໄປຫາກິນຕາມແຕ່ລະຄົວເຮືອນ.

ສະນັ້ນໃນປະເທດລາວຈຶ່ງບໍ່ໄດ້ມີກົດໝາຍຄຸ້ມຄອງສັດປະເພດນີ້ເທື່ອ..ໃນກໍລະນີຫາກບຸກຄົນໃດຂັບຂີ່ເກີດເຫດຢຽບຫຼືຕຳສັດປະເພດແມວນີ້ຖືວ່າບໍ່ມີເຈົ້າຂອງສັດຮັບຜິດຊອບໃນເຫດການນັ້ນ..

ສ່ວນຜູ້ເກີດອຸປະຕິເຫດເພາະສັດແມວກໍ່ຈະບໍ່ມີຄວາມຜິດ..ຖ້າຫາກຜູ້ກ່ຽວໄດ້ຮັບບາດເຈັບ ຫຼືພາຫະນະເສຍຫາຍແມ່ນຜູ້ກ່ຽວຮັບຜິດຊອບເອົາເອງ.

ສະນັ້ນໃນປະເທດລາວຈຶ່ງເຫັນແມວເປັນສັດທີ່ບໍ່ມີຄວາມສຳຄັນຫຼາຍ ໃນບາງເທື່ອກໍ່ຈະເຫັນແມວຖືກລົດຢຽບແຕ່ກໍ່ບໍ່ມີຜູ້ໃດສົນໃຈ ແລະ ລົດທີ່ມານຳຫຼັງກໍ່ຈະຢຽບຊ້ຳອີກຈົນແມວມຸ່ນຕິດດິນເນົ່າໄປໝົດ..

ຈັ່ງໃດກໍ່ຂໍໃຫ້ຜູ້ຂັບຂີ່ທັງຫຼາຍຫາກຜົບເຫັນແມວຢູ່ບົນຖະໜົນຫົນທາງກໍ່ກະລຸນາລີ່ກລ່ຽງໃຫ້ດ້ວຍ..ແລະ ຖ້າເຫັນແມວມາໃກ້ເຮືອນທ່າຍຫາກມີອາຫານເຫືຼອກໍ່ແບ່ງໃຫ້ແມວກິນດ້ວຍຖືວ່າທຳບຸນທຳການກຸສົນຊ່ວຍສິ່ງທີ່ມີຊີວິດເຊິ່ງກັນແລະກັນ.

ທີ່ມາ
