ຫຼາຍຄົນຖຽງ ຄຳໃດຖືກຕ້ອງລະຫວ່າງ ຊິ ກັບ ສິ

ຄຳບອກກາລະອະນາຄົດ “ຊິ” ບໍ່ແມ່ນ “ສິ”
ຄຳບອກາລະອະນາຄົດ ໝາຍເຖິງກາລະທີ່ຍັງບໍ່ທັນມາຮອດມາເຖິງ ພາສາອັງກິດໃຊ້ Future.
ຄຳທີ່ບົ່ງບອກວ່າເປັນອະນາຄົດ ພາສາລາວໃຊ້ຄຳວ່າ “ຈະ, ຊິ, ຈັກ” ພາສາອັງກິດໃຊ້ “Will, shall, going to..”

ປັດຈຸບັນມີຄົນຈຳນວນຫຼວງຫຼາຍກຳລັງຂຽນວ່າ “ສິ” ແທນ “ຊິ” ເຊິ່ງເຫັນແລ້ວເຮັດໃຫ້ເຄືອງຕາທັນທີ.
ໃນວັດຈະນານຸກົມລາວທຸກໆສະບັບ ແລະໄວຍາກອນແຕ່ອະດີດຈົນເຖິງປັດຈຸບັນ ບໍ່ມີການຂຽນວ່າ “ສິ” ມີແຕ່ຄຳວ່າ “ຊິ” ເທົ່ານັ້ນ.
“ຊິ” ເປັນພາສາເວົ້າ ໃຊ້ຄູ່ກັບຄຳວ່າ “ຈະ” ໃນພາສາທາງການ. ສາມາດກວດຄືນໄດ້ໃນເອກະສານຕ່າງໆເຊັ່ນ ມະຫາສິລາ ວີລະວົງ, 2549:138, ດຣ. ທອງຄຳອ່ອນມະນີສອນ, 2008:317, ສະຖາບັນ, 2012:341.

ສ່ວນຄຳວ່າ “ສິ” ໃນພາສາໄທ (สิ) ໝາຍເຖິງຄຳເພີ່ມທ້າຍປະໂຫຍກເຊັ່ນ ได้สิ, ไปสิ, มาสิ…. ກົງກັບພາສາລາວວ່າ “ທະແມ໋, ເດີ, ເຢີ, ສາ”
ຄຳວ່າ “ສິ” ທີ່ບັນດາຜູ້ໃຊ້ເຟສບຸກທັງຫຼາຍໃຊ້ກັນ ແມ່ນໜ້າຈະມາຈາກການຂຽນຕາມແບບອີສານ ຍ້ອນເສບສື່ເຊັ່ນ ເບິ່ງໜັງ, ລະຄອນ, ເພງອື່ນໆທີ່ໃຊ້ອັກສອນໄທຂຽນຕາມສຳນຽງອີສານ ໃນນັ້ນມີເພງ “ສິຮິນ້ອງບໍ່ =สิฮิน้องบ่อ” ເປັນເພງຮິດຕິດກະແສ . ເພາະວ່າຄົນອີສານສ່ວນຫຼາຍຂຽນຄຳວ່າ “ສິ” ຈົນເຮັດໃຫ້ໄວໜຸ່ມຄະນອງທັງຫຼາຍລືມຄຳວ່າ “ຊິ”. ແລະພ້ອມດຽວກັນນັ້ນບັນດາແອັດມິນເພຈດັງໆກໍຂຽນ “ສິ” ໄປຈົນເກືອບໝົດ. (ຂໍບອກເພີ່ມອີກວ່າຄົນອີສານສາມາດຂຽນຕາມສຳນຽງພາສາອີສານມາເມື່ອບໍ່ພໍເທົ່າໃດປີນີ້ ເມື່ອກ່ອນບໍ່ສາມາດຂຽນ).

ຂໍແຈ້ງເຖິງອາຈານຜູ້ສອນພາສາລາວ ຫຼື ວິຊາຕ່າງໆໃນໂຮງຮຽນ ຈົ່ງຊ່ວຍກັນຕັກເຕືອນ ແລະຊີ້ແຈງໃຫ້ນັກຮຽນເຂົ້າໃຈຄືນ.
ຖ້າຖາມວ່າຜິດບໍ່ ຕອບວ່າ “ຜິດ” ເພາະຄຳໃດທີ່ມີກຳນົດໃຊ້ ແລ້ວສະກົດບໍ່ຖືກກໍຄືຜິດ.