ລະອຽດແຈ່ມແຈ້ງ ເທິຢູນາ ອັດຄຣິບບອກ “ແຍກແຍະໃຫ້ອອກອັນໃດ Cover ອັນໃດລັກຜົນງານ” ແຊໃຫ້ທຸກຄົນຮູ້ນຳກັນເດີ້ໆ

ຈາກໂພສກ່ຽວກັບເລື່ອງລະເມີດລິກະສິດເພງ ທີ່ເປັນປະເດັນ ແລະ ຫຼາຍໆຄົນສົນໃຈ ຂອງ ເທິ ຢູ່ນາ ເຈົ້າພໍ່ຜູ້ໄທ ຜູ້ຫຼາກຫຼາຍຄວາມສາມາດ ໃນວົງການບັນເທີງລາວ ທີ່ໄດ້ໂພສໄວ້ມື້ວານ

ເຊິ່ງຫຼາຍຄົນກໍເຂົ້າໃຈ ຫຼາຍຄົນກໍບໍ່ເຂົ້າໃຈ ເລື່ອງນີ້ເຮັດໃຫ້ ເທິ ຢູນາ ຕ້ອງໄດ້ອອກມາອັດຄຣິບແບບລະອຽດແຈ່ມແຈ້ງ ເຖິງການ ໂຄເວີ ແລະ ການລັກເອົາໄປລົງ ຕ່າງໆ

ໃນຄຣິບດັ່ງກ່າວ ໂຄເວີນັ້ນ ບໍ່ຜິດ ແລະ ດີໃຈ ຫາກເອົາໄປໂຄເວີ້
ແຕ່ບາງຄົນເອົາວິດີໂອໄປໝົດລົງໃໝ່ເພື່ອສ້າງລາຍໄດ້ ຫຼື ເອົາໄປແລ້ວເອົາໄປແລ້ວໃສ່ຮູບດຽວແລ້ວອັບເພງລົງຫຼາຍໆເພງ ເທິ ຢູ່ນາເອີ້ນວ່າ (ຊ່ອງຂີ້ເຫຍື້ອ)

ໃນຄຣິບເວົ້າຫຼາຍຢ່າງອີກວ່າ …. ໄປຟັງເບິ່ງເລີຍ “ສະຕິເດີ້ ຢ່າມະໂນແຍກແຍະໃຫ້ອອກອັນໃດ Cover ອັນໃດລັກຜົນງານ”

ສະຫຼຸບກໍຄື ອ້າຍເທິ ບອກວ່າ
1 ສາມາດໂຄເວີເພງຂອງ ຢູນາໄດ້
2 ສາມາດນຳເອົາເພງ ໄປໂຄເວີ ເອັມວີດີໆໄດ້

3 ອານຸຍາດນຳໃຊ້ພງເຕັມໄປໃຊ້ປະກອບໃນການສະແດງຕ່າງໆໄດ້
4 ສາມາດນຳໃຊ້ແບັກຄິງແທັກທີ່ເຄີຍແຈກໄວ້ ໄປໃຊ້ປະກອບນູ້ນນັ້ນນີ້ໄດ້ທີ່ສ້າງສັນ, ຈົບດີແຕ່ຕ້ອງໃຫ້ເຄດິດເດີ້
ຄຣີບ