ຂ່າວທົ່ວໄປ

ເກີດເຫດ ໄຟໄໝ້ເຮືອນ 2 ຊັ້ນ ເສຍຫາຍໝັກ 10/03/2021

ວັນທີ 10/03/2021 ເວລາ 04:48 ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກ ແຫ່ງ ສປປ ລາວ ໄດ້ຮັບແຈ້ງເຫດຈາກປະຊາຊົນຜ່ານເບີໂທສຸກເສີນ 1623 ວ່າມີເຫດໄຟໄຫມ້ເຮືອນ.

ຈຸດເກີດເຫດບ້ານດອນຫນູນ ເມືອງໄຊທານີ ແຂວງນະຄອນຫຼວງວຽງຈັນ. ໜ່ວຍກູ້ໄພມູນນິທິ1623 ໄດ້ອອກກວດສອບເຫດໄດ້ພົບເຫັນ ໄຟກຳລັງລຸກໄຫມ້ເຮືອນຢ່າງຮຸນແຮງ.

ທາງໜ່ວຍງານກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ 1623 ສົມທົບກັບຫນ່ວຍງານຕ້ານອັກຄີໄພເມືອງໄຊທານີ,

ຫນ່ວຍງານຕຳຫລວດສະກັດກັ້ນ ແລະ ຕ້ານອັກຄີໄພນະຄອນຫລວງວຽງຈັນໃຊ້ເວລາປະມານ 45 ນາທີ ຈຶ່ງສາມາດຄວບຄຸມເພີງໄດ້ເປັນທີ່ຮຽບຮ້ອຍ.

ໝາຍເຫດ: ສ່ວນຄວາມເສຍຫາຍແມ່ນເຮືອນ 1 ຫລັງ ສາເຫດອັກຄີໄພໃນຄັ້ງນີ້ແມ່ນຍັງບໍ່ຮູ້ສາເຫດທີ່ລະອຽດ ມອບໃຫ້ທາງເຈົ້າຫນ້າທີ່ສອບສວນແລະສືບສວນຕໍ່ໄປ.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button