ແຈ້ງການ

ຂ່າວດ່ວນ ແຂວງສະຫວັນນະເຂດກວດພົບຄົນຕິດເຊື້ອ​ ໂ ຄ ວິ ດ 1 ຄົນ ເປັນແຮງງານມາຈາກໄທ

ພະແນກສາທາລະນະສຸກແຂວງ ໃນນາມກອງເລຂາຄະນະສະເພາະກິດແຂວງ ຂໍຮຽນລາຍງານທ່ານຊາບວ່າ: ໃນເວລາ 18:30 ຂອງວັນທີ່ 9 ມີນາ 2021 ຫ້ອງວິເຄາະໂຮງຫມໍແຂວງໄດ້ລາຍງານການກວດຕົວຢ່າງຊອກເຊື້ອໂຄວິດ-19 ຂອງແຮງງານທີ່ກັບມາຈາກປະເທດໄທມີທັງຫມົດ ຈຳນວນ 171 ຕົວຢ່າງ, ໃນນັ້ນໄດ້ກວດພົບເຊື້ອມີຜົນບວກຈຳນວນ 01 ຄົນ ໂດຍມີຂໍ້ມູນດັ່ງນີ້:

ຊື່ ທ້າວ ໄໝ ອາຍຸ 43 ປີ ສັນຊາດລາວ ອາຊີບຄ້າຂາຍຜັກຕະຫລາດສົດ ຢູ່ຈັງຫວັດປະທຸມທານີ ປະເທດໄທ. ຜູ້ກ່ຽວໄດ້ເດີນທາງເຂົ້າມາແຂວງສະຫວັນນະເຂດ ໂດຍຜ່ານດ່ານສາກົນຂົວມິດຕະພາບລາວ-ໄທ II ໃນວັນທີ່ 4 ມີນາ 2021 ໄດ້ຖືກຈັດສົ່ງໄປສູນກັກຫຼັກ 4 ດ້ວຍລົດຂອງສູນ.

ໃນມື້ເດີນທາງເຂົ້າມາຜູ້ກ່ຽວບໍ່ມີອາການໄຂ້ ແລະ ບໍ່ມີອາການສະແດງທີ່ສົງໃສກ່ຽວກັບພະຍາດໂຄວິດ-19 ໄດ້ເກັບຕົວຢ່າງໃນວັນທີ່ 7 ມີນາ ໄດ້ກວດເຊື້ອຢູ່ຫ້ອງວິເຄາະໃນວັນທີ ຊ ມີນາ ແລະຮູ້ຜົນກວດໃນເວລາ 18:30 ໂມງ.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button