ຂ່າວທົ່ວໄປ

ຍີນດີ​ນຳ!.​ ໃນທີ່ສຸດໂກະຕີ໋ ກໍ່ຍອມສະຫຼະໂສດ ກັບສາວນອກວົງການແລ້ວ

ບໍອີຫຼີບໍເຫັນໜຸ່ມອາລົມດີຄົນນີ້ອອກງານຄູ່ອວດສັງຄົມຈົນວັນນີ້ຈິ່ງມີຂ່າວວ່າຕົກລົງປົງໃຈກັບສາວນອກວົງການ ທັງສອງຈະເຂົ້າສູ່ປະຕູວິວາໃນໄວໆນີ້.

ສຳລັບໜຸ່ມໂກະຕີ໋ ອາຣາມບອຍ ແມ່ນຈະແຕ່ງງານກັບສາວກວາງ ສາວນອກວົງການບັນເທິງ ຫຼັງຈາກທີ່ໄດ້ຄົບຫາດູໃຈກັນມາຫຼາຍປີ ແລະໄດ້ມີແຜນວິວາມາດົນແລ້ວແຕ່ກໍ່ຕ້ອງເລື່ອນມາເລື້ອຍໆເນື່ອງຈາກການລະບາດຂອງພະຍາດໂຄວິດ-19.

ເລື່ອນໄປເລື່ອນມາຫຼາຍເທື່ອໜຸ່ມໂກຕີ໋ ເປີດເຜີຍຫຼ້າສຸດນີ້ວ່າ ຕອນນີ້ໄດ້ລຶກໄດ້ຍາມແຕ່ງງານມາແລ້ວ ຈະຈັດພາຍໃນວັນ 26 ກໍລະກົດທີ່ຈະມາເຖິງນີ້ ອັນທີ່ດີໃຈສຳຮອງຈາກການມີຊີວິດຄູ່ຄືເພິ່ນຈະມີແຂກຄົນສຳຄັນໄປຮ່ວມງານກໍ່ຄື ສໍລະຍຸດ ນັກປະກາດຂ່າວຊື່ດັງຂອງຊ່ອງ 3 ນັ້ນເອງ.

ທີ່ຕ້ອງເລືອກເອົາວັນທີ 26 ກໍລະກົດເປັນວັນແຕ່ງຂອງຄູ່ນີ້ກໍ່ມີເຫດຜົນວ່າ ເປັນມື້ທີ່ທັງສອງເລີ່ມຕົ້ນຄົບກັນເປັນແຟນກັນມາຄົບຮອບ 7 ປີພໍດີ ແລະຈະບໍ່ເລື່ອນອີກແລ້ວ.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button