#Education | ແຟນເພຈ Vientiane Secondary School ມສ ວຽງຈັນ ໄດ້ເປີດເຜີຍວ່າ: ໃນສົກຮຽນ 2020-2021 ໄດ້ມີນັກຮຽນຈຳນວນ 8 ນ້ອງ ທີ່ໄດ້ຮັບທຶນ ໄປສຶກສາ ແລະ ເເລກປ່ຽນວັດທະນະທຳ ຢູ່ຕ່າງປະເທດ ໂດຍມີລາຍລະອຽດດັ່ງລຸ່ມນີ້:

ນັກຮຽນຈຳນວນ 5 ນ້ອງ ໄດ້ຮັບທຶນ Asia Kakehashi Project (AFS) ໄດ້ໄປສຶກສາເເລກປ່ຽນວັດທະນະທຳຢູ່ທີ່ປະເທດຍີ່ປຸ່ນ ເປັນໄລຍະເວລາ 8 ເດຶອນ ເຊິ່ງມີລາຍຊື່ດັ່ງນີ້:

* ນາງ ມີຖຸນາ ສົມສະໝອນ ຫ້ອງ 6/1
* ນາງ ອັກສອນສະຫວັນ ຈັນທະວິໄຊ ມ6/2
* ນາງ ທິດາພອນ ຍົງວົງສິດທິ L1/1
* ນາງ ລັດດາວັນ ເເກ້ວດາລາ ຫ້ອງ 7/4
* ນາງ ຈິນຕະນາພອນ ຈັນທະວົງ ຫ້ອງ 7/5
ນັກຮຽນຈຳນວນ 3 ນ້ອງໄດ້ຮັບທຶນຮຽນຢູ່ປະເທດຝຣັ່ງ

* ນາງ ຟ້າໃສ ຫຼວງພິບູນ ຫ້ອງ L3/1 ທຶນ Bourse d’avenir ໄລຍະ 3 ປີ
* ນາງ ປານີພອນ ວົງມາລາ ຫ້ອງ L3/1 ທຶນ Bourse d’excellence 2021 ໄລຍະ 3 ປີ
* ນາງ ພອນມະນີ ສູນດາລາ ້ຫ້ອງ L3/2 ທຶນ Bourse d’Excellence 2021 ໄລຍະ 3 ປີ
ແນວໃດກໍ່ຕາມ, ອິນໄຊລາວ ຂໍສະແດງຄວາມຍິນດີກັບນ້ອງໆ ທັງ 8 ຄົນດ້ວຍ