ຂ່າວທົ່ວໄປ

ຊ່ວຍແຊຣ໌..! ຂໍຄວາມ​ເມດຕາ​ຈາກສັງຄົມ ເພີ່ນບໍ່ມີທາງອອກແລ້ວແທ້ໆ

ນອນເສຍຊີວີດແຕ່03:00ກາງຄືນ……8ໂມງຕອນເຊົ້າ ມີຄົນໂທມາຮ້ອງທຸກຮ້ອງໃຫ້ຂໍຄວາມເຫັນໃຈເມດຕາ ເພີ່ນກະສີບໍ່ມີທາງອອກແລ້ວແທ້ໆ

ຈື່ງເຫັນເຮົາເປັນທີ່ພືງສຸດທ້າຍ ທີ່ຈະຄິດຫາແລະເອີ້ນມາຊ່ວຍເຫຼືອຜູ້ນອນເສຍຊີວີດນີ້ຊື່ພໍ່ຕູ້ລຽນອາຍຸ85ປີ ປະຈຸບັນມາຂໍພັກເຊົ່າກັບເມຍນາງສົມພອນ (ເມຍ) ຢູ່ບ້ານໜອງພະຍາ

ເຮືອນທີ່ຢູ່ກະບໍ່ແມ່ນຂອງຕົນ ເຮືອນທີ່ຢູ່ກະແມ່ນມາຂໍອາໃສດີນເຂົາເຈົ້າຢູ່ ອາໃສປະຄອງຊີວີດໃນແຕ່ລະວັນ ປະຈຸບັນແນວສິເຮັດອັນສິຫາກີນກະບໍ່ຄ່ອຍມີ ແລ້ວແຕ່ໂຊກສະຕາຫວາດສະນາພາໄປ ເກັບຜັກຫັກນໍ່ກີນໃນແຕ່ລະວັນ ບາງມື້ກະຮັບຈ້າງໄປວັນໆເຮັດຫຍັງຫນັກກະບໍ່ໄດ້ແລ້ວ

ເພາະທັງສອງກະເຖົ້າແລ້ວ ປະຈຸບັນເພີ່ນກໍ່ຢູ່ນຳກັນແຕ່ນຳເມຍພຽງລຳພັງສອງຄົນສ່ວນລູກກໍ່ໄປໃຊ້ຊີວີດໃຜລາວຕ່າງຄົນກະລ້ວນແຕ່ບໍ່ມີສະນັ້ນຈື່ງຢາກຂໍຮຽນຮ້ອງຄົນຜູ້ລະ5ລະ10ຊ່ວຍສົມທົບຊ່ວຍເຫຼືອຈັດງານສົບ ໃຫ້ແດ່ພໍ່ຕູ້ລຽນຄັ້ງນີ້ດ້ວຍເຖີດ 🙏🏻

ຄົນລະ5-10ພັນກີບກໍ່ຖືວ່າເປັນການເຮັດບຸນກັບຄົນທີ່ຕາຍ ຢາກມີງານສົບຄັ້ງສຸດທ້າຍນຳຫມູ່ ກ່ອນຈະຈາກໄປທີ່ເຫຼືອງພຽງວີນຍານທີ່ຄົງມີຄວາມຊົງຈຳຈົດຈຳສີ່ງດີດີບັນທ້າຍຊີວີດທີ່ເຮົາຊ່ວຍເຫຼືອລາວໃຫ້ຈົດຈຳກ່ອນຈະລາລັບໂລກໄປ

ທ່ານສາມາດສົມທົບຊ່ວຍໃນການຈັດງານສົບຄັ້ງນີ້ໄດ້ທີ່ທາງບັນຊີສະມາຄົມ ທະນາຄານການຄ້າ ຕ່າງປະເທດລາວ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button