ຂ່າວທົ່ວໄປ

ພາບປະທັບໃຈ !! ປ້າ ນາລີ ສີສຸລິດ ມອບເຄື່ອງບໍລິຈາກ ພ້ອມມອບໂຄງການນ້ຳລິນ ແລະ ໂຮງຮຽນ

ໜັງສືພິມລາວພັດທະນາ Laophattana News ໄດ້ລາຍງານວ່າ: ໃນອາທິດທີ່ຜ່ານມາປ້ານາລີ ສີສຸລິດ ພ້ອມຄະນະມູນນິທິຊ່ວຍເຫລືອຄົນທຸກຍາກແຫ່ງ ສປປ ລາວ ໄປມອບໂຄງການນ້ໍາລິນສະອາດ ທີ່ໃຊ້ເວລາກໍ່ສ້າງ 6 ເດືອນ ເປັນມູນຄ່າ 1,2 ຕື້ກວ່າກີບ ທີ່ບ້ານ ກົກງິ້ວ, ບ້ານ ກິ້ວ ເຂດແສນຍາງ ເມືອງຂວາ ແຂວງ ຜົ້ງສາລີ

ໂດຍການໄປໃນມາຄັ້ງນີ້, ຍັງໄດ້ນຳເອົາເຄື່ອງອຸປະໂພກ ບໍລິໂພກ ຈຳນວນໜຶ່ງ ໄປມອບໃຫ້ປະຊາຊົນອີກດ້ວຍ.

ແລະ ພາບທີ່ຫນ້າປະທັບໃຈກໍຄື ປ້ານາລີ ໄດ້ຈັບແຂນປະຊາຊົນ ເພື່ອໄປຮັບເຄື່ອງບໍລິຈາກກັບມື ພ້ອມກັບກ່າວວ່າ “ຫວັງຢ່າງຍິ່ງວ່າໂຄງການ ທີ່ສ້າງຂຶ້ນມານີ້ ຈະເປັນພື້ນຖານແກ່ການດໍາລົງຊີວິດທີ່ດີຂຶ້ນ, ເຖິງແມ່ນວ່າຈະບໍ່ຍິ່ງໃຫຍ່ ແຕ່ມັນກໍແມ່ນປັດຈຸພື້ນຖານການດໍາລົງຊີວິດທີ່ຂາດບໍ່ໄດ້”

ຂໍ້ມູນ​ເພີ່ມເຕີມ​

https://www.laophattananews.com/archives/104074

Related Articles

Leave a Reply

Your email address will not be published. Required fields are marked *

Back to top button