ຂ່າວທົ່ວໄປ

ສປປ ລາວ ຈະໄດ້ຮັບວັກຊີນປ້ອງກັນ ໂ ຄ ວິ ດ “AstraZeneca” ຄັ້ງທີ 1 ຈໍານວນ 132.000 ໂດສ

ທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ເປີດເຜີຍວ່າ: ສປປ ລາວ ກຳລັງຈະໄດ້ຮັບການຊ່ວຍເຫລືອ ວັກແຊງປ້ອງກັນພະຍາດໂຄວິດ-19 ໃນໄວໆນີ້ ກໍ່ຄື AstraZeneca ຄັ້ງທີ 1 ຈໍານວນ 132.000 ໂດສ,

ເຊິ່ງວັກຊີນດັ່ງກ່າວ ແມ່ນນຳໃຊ້ໄວຣັສອະເດໂນ ໃນລິງຊິມແປນຊີ ເຂົ້າໃນການຜະລິດ, ຜ່ານການຄົ້ນຄວ້າທົດລອງໃນ ກຸ່ມອາສາສະໝັກຫລາຍໝື່ນຄົນ ເຫັນວ່າມີປະສິດທິພາບໃນການປ້ອງກັນພະຍາດໄດ້ສູງ ແລະ ບໍ່ພົບຜົນຂ້າງຄຽງທີ່ຮຸນແຮງຈາກການນຳໃຊ້.

ທ່ານຢັ້ງຢືນຕື່ມວ່າ: ປັດຈຸບັນ ວັກແຊງ AstraZeneca ແມ່ນໄດ້ຮັບການອະນຸມັດເກືອບ 30 ປະເທດໃນທົ່ວໂລກ. ພ້ອມດຽວກັນນັ້ນ, ຍັງໄດ້ຮັບຮອງຈາກອົງການອະນາໄມໂລກ ສຳລັບການນຳໃຊ້ໃນພາວະສຸກເສີນອີກດ້ວຍ.

ຊົມຄລິບ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button