ຂ່າວທົ່ວໄປ
ເປັນຕາດູຕົນ..!!!ພໍ່ຕູ້ກັບຫຼານຍ່າງມາແຕ່ທ່າງ່ອນ ເລາະຂາຍຟອຍ ໃຜເຫັນກາອຸດໜູນຊ່ວຍເພີ່ນແນ່ເດີ້

ຜູ້ໃຊ້ເຟສບຸກຊື່ Bt’tatey Outthi ໄດ້ໂພສໃນວັນທີ 19/03/2021 ວ່າ: ຂໍອະນຸຍາດເຈົ້າຂອງຮູບເດີ ເລື່ອງມີຢູ່ວ່າຂ້ອຍໄດ້ໄປສົ່ງເຄື່ອງແຖວທາດຫລວງໄດ້ເຫັນພໍ່ຕູ້ກັບຫລານຍ່າງມາຕາມທາງຂາຍຟອຍປັດເຮືອນ ຄືເຫັນໃນຮູບ ພໍ່ຕູ້ເຖົ້າແຮງຍ່າງຕ້ອງອາໄສໄມ້ຄຳ ເຫັນແລ້ວນໍ້າຕາໄຫລ.

ຖາມເພີ່ນວ່າຍ່າງມາແຕ່ໃສ່ ເພິ່ນວ່າຍ່າງມາແຕ່ທ່າງ່ອນ ມາຂາຍເຄື່ອງເລາະຂາຍຕາມທາງ ຂ້ອຍກະບໍ່ມີເງິນບໍ່ໄດ້ເອົາເງິນມາຕິດຕົວ ມີແຕ່ເງິນຄ່າສົ່ງເຄື່ອງເລີຍເອົາໃຫ້ເພີ່ນ ກັບຊື້ນໍ້າດື່ມໃຫ້ເພີ່ນ ນໍ້າໃຈເລັກໆນ້ອຍໆ ຄັນມີຫລາຍກະສິຊ່ວຍຫລາຍກ່ອນນີ້.

ໄຜກາຍໄປກາຍມາແຖວທາດຫລວງເຫັນເພິ່ນຈອດລົດຊື້ອຸດຫນູນເພິ່ນແນ່ເດີ້

ທີ່ມາ
