ມາແລ້ວເດີ້ ວັກຊິນປ້ອງກັນ ໂ ຄ ວິ ດ 19 ຊຸດທຳອິດ ຈາກໂຄງການໂຄແວັກ 132.000 ໂດສ

ລາວໄດ້ຮັບວັກຊິນປ້ອງກັນພະຍາດໂຄວິດ19ຊຸດທຳອິດ ຈຳນວນ 132.000 ຫລອດ ໃນຈໍານວນທີ່ຈະໄດ້ຮັບທັງໝົດ 480.000 ຫລອດ ຈາກໂຄງການຮ່ວມມືເພື່ອວັກຊິນປ້ອງກັນພະຍາດໂຄວິດ19 ຫລືໂຄແວັກ ຊື່ງເປັນໂຄງການຮ່ວມມືລະຫວ່າງພັນທະມິດຮ່ວມມືດ້ານນະວັດຕະກຳເພື່ອຮັບມືກັບການລະບາດ, ອົງການກາວີ, ອົງການຍູນິເຊັບ ແລະ ອົງການອະນາໄມໂລກ

ພິທີມອບຮັບວັກຊິນຢ່າງເປັນທາງການຈັດຂື້ນໃນຕອນເຊົ້າວັນທີ 20 ມິນາ 2021, ທີ່ສະໜາມບິນສາກົນວັດໄຕ ໂດຍການເຂົ້າຮ່ວມຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ມີພາກສ່ວນກ່ຽວຂ້ອງ ແລະຕາງໜ້າອົງການ ຈັດຕັ້ງສາກົນປະຈຳລາວ.

ຮອງສາສະດາຈານ ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ຮອງຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະແກ້ໄຂການລະບາດພະຍາດໂຄວິດ19 ໃຫ້ສໍາພາດວ່າ: ວັກຊິນປ້ອງກັນໂຄວິດ19ທີ່ໄດ້ຮັບໃນຄັ້ັງນີ້

ແມ່ນວັກຊິນແອັສຕາສະເນກາທີ່ຜະລິດຈາກສະຖາບັນວັກຊິນຂອງອິນເດຍ ແລະເປັນວັກຊິນທີ່ມີຄຸນນະພາບ ຊື່ງໃນປີນີ້ໂຄງການດັ່ງກ່າວຈະໜອງວັກຊິນເພື່ອສັກໃຫ້ປະຊາຊົນລາວໃຫ້ບັນລຸ 20 ສ່ວນຮ້ອຍຂອງປະຊາກອນໃນທົ່ວປະເທດ ໂດຍຈະສຸມໃສ່ບັນດາກຸ່ມເປົ້າໝາຍທີ່ມີຄວາມສ່ຽງກ່ອນ.

ວັກຊິນແອສຕາເຊເນກາ ໄດ້ຜ່ານຂັ້ນຕອນການທົດສອບດ້ານພັດທະນາ ແລະຄວາມປອດໄພຢ່າງເຂັ້ມງວດ, ກະຊວງສາທາລະນະສຸກ, ກົມອາຫານແລະຢາ ໄດ້ເຮັດການປະເມີນຫລັກຖານ, ຜົນປະໂຫຍດ ແລະຄວາມສ່ຽງຕ່າງໆແລ້ວ ໂດຍໄດ້ຮັບອະນຸຍາດໃຫ້ສະຖາບັນ serum ຂອງອິນເດຍສະໜອງຜ່ານໂຄງການ ໂຄແວກ ແລະໄດ້ຮັບການອະນຸມັດໃຫ້ນໍາໃຊ້ສຸກເສີນຂອງອົງການອະນາໄມໂລກ ໃນວັນທີ 15 ກຸມພາ 2021.

ສປປ ລາວ ໄດ້ເປີດຂະບວນການສັກວັກຊິນປ້ອງກັນພະຍາດໂຄວິດ19ຢ່າງເປັນທາງການນັບແຕ່ທ້າຍເດືອນມັງກອນ ເປັນຕົ້ນມາ ຊື່ງໄລຍະທຳອິດແມ່ນເລັ່ງໃສ່ກຸ່ມເປົ້າໝາຍປະຊາກອນທີ່ມີຄວາມສ່ຽງສູງ ເປັນ ຕົ້ນພະນັກງານແພດໝໍ, ພະນັກງານປະຈໍາດ່ານເຂົ້າອອກຕ່າງໆ ແລະພະນັກງານປະຈໍາຢູ່ສູນກັກກັນ.

ມາຮອດປະຈຸບັນສາມາດສັກວັກຊິນໄດ້ແລ້ວຫລາຍກວ່າ 7 ໝື່ນຄົນ ເຖິງຢ່າງໃດກໍ່ຕາມຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະແກ້ໄຂການລະບາດພະຍາດໂຄວິດ19ກໍ່ຄືລັດຖະບານລາວຈະສືບຕໍ່ຊອກຫາວັກຊິນປ້ອງກັນໂຄວິດ19ມາສັກໃຫ້ປະຊາຊົນ ໃຫ້ກວມ 75 ສ່ວນຮ້ອຍຂອງປະຊາກອນທັງໝົດໃນປີ 2024.

ນອກຈາກວັກຊິນປ້ອງກັນໂຄວິດ19 ແລ້ວ ລາວຍັງໄດ້ຮັບເຂັມສັກຢາແບບພິເສດຈຳນວນ 48.000 ເຂັມ ແລະກ່ອງສຳລັບຂີ້ເຫຍື້ອບໍ່ອະເຊື້ອ 840 ກ່ອງ ຊື່ງໄດ້ຈັດຊື້ໂດຍອົງການຢູນິເຊັບ ເພື່ອຊ່ວຍເຫລືອລັດຖະບານລາວຕື່ມອີກ.ຂ່າວ: ຈັນທະສອນ ສີຫານາດ.