ຂ່າວທົ່ວໄປ
ໃຈຫຼໍແທ້..! ເຮັດນາປູກເຂົ້າກວ່າ 100 ໄລ່ ໄດ້ເຂົ້າແລ້ວນຳມາແຈກໃຫ້ຄົນທຸກຍາກ

ໃຈດີແທ້ ມົນແຄນ ແກ່ນຄູນ ເຮັດນາປູກເຂົ້າກວ່າ 100 ໄລ່ ໄດ້ເຂົ້າແລ້ວນຳມາແຈກໃຫ້ຄົນທຸກຍາກ

ມົນແຄນ ແກ່ນຄູນ ນັກຮ້ອງລູກທົ່ງດັງ ຜູ້ເປັນຂວັນໃຈຊາວອສານ ລວມທັງລາວເຮົາ ຜູ້ມີຜົນງານເພງດັງໆເຊັ່ນ ຄ່ຳວ່າຮັກກັນມັນເຮ່ຍຖິ້ມໃສ, ເຈົ້າຕວົວ່າຮັກອ້າຍ

ນອກຈາກນັ້ນຍັງເປັນຄົນທີ່ມັກໃຫ້ການຊາວຍເຫຼືອ ບໍລິຈາກນັ້ນນີ້ ເຮັດບຸນຢູ່ຕະຫຼອດເວລາ ຫຼ້າສຸດກໍໄດ້ນຳເອົາເຂົ້າໃນນາຂອງຕົນ ເນື້ອທີ່ກວ່າ 100 ໄລ່ ທີ່ ຈັງຫວັດຍະໂສທອນ ທີ່ປູກເອງ

ໄປແຈກຍາຍໃຫ້ກັບຄົນທຸກຍາກແລະ ຖວາຍ ພຮະອາຈານ ບຸນຊວນທັມມະໂສສະໂກ ເຈົ້າອາວາດວັດປ່າວັງນ້ຳທິບ ຈັງຫວັດຍະໂສທອນ ທີ່ຕອນຍັງນ້ອຍ

ມົນແຄນເຄີຍເປນລູກສິດ ຈົນມີຊື່ສຽງກໍບໍ່ເຄີຍລືມ ສາທຸນຳເດີ້ ຂໍໃຫ້ຈະເລີນໆ ມີງານ ມີເງິນເຂົ້າມາຫຼາຍໆ
