ຂ່າວທົ່ວໄປ

ການນຳພັກ-ລັດ ວາງພວງມາລາ ແລະ ກະຕ່າດອກໄມ້ ໃນໂອກາດວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 66 ປີ

ຕອນເຊົ້າວັນທີ 21 ມີນາ 2021 ບັນດາຜູ້ນຳ ພັກ-ລັດ ໄດ້ເຂົ້າວາງພວງມາລາ ທີ່ອານຸສາວະລີນັກຮົບນິລະນາມ ແລະ ວາງກະຕ່າດອກໄມ້ ທີ່ຫໍພິພິທະພັນ ປະທານ ໄກສອນ ພົມວິຫານ ໃນໂອກາດວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ວັນທີ 22 ມີນາ ຄົບຮອບ 66 ປີ.

ຄະນະທີ່ເຂົ້າວາງພວງມາລາ ແລະ ກະຕ່າດອກໄມ້ ໃນຄັ້ງນີ້ ປະກອບມີ: ຄະນະບໍລິຫານງານສູນກາງພັກ, ຄະນະລັດຖະບານ ນຳໂດຍ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ນາຍົກລັດຖະມົນຕີ; ສະພາແຫ່ງ ຊາດ ນຳໂດຍ ສະຫາຍ ນາງ ປານີ ຢາທໍ່ຕູ້, ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ; ຄະນະສູນກາງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ສາມອົງການຈັດຕັ້ງມະຫາຊົນ ນຳໂດຍ ສະຫາຍ ໄຊສົມພອນ ພົມວິຫານ, ກຳມະການກົມການເມືອງສູນກາງພັກ,

ປະທານສູນກາງແນວລາວສ້າງຊາດ, ຄະນະ ພັກ-ຄະນະນໍາກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ ນໍາໂດຍ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ກໍາມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ແລະ ຄະນະພັກ-ຄະນະນໍານະຄອນຫລວງວຽງ ຈັນ ນຳໂດຍ ສະຫາຍ ອານຸພາບ ຕຸນາລົມ, ຄະນະເລຂາທິການສູນກາງພັກ, ເລຂາຄະ ນະບໍລິຫານງານພັກນະຄອນຫລວງວຽງຈັນ, ປະທານສະພາປະຊາຊົນນະຄອນຫລວງວຽງຈັນ.

ການວາງພວງມາລາ ແລະ ກະຕ່າດອກໄມ້ໃນຄັ້ງນີ້ ເພື່ອສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ ຕໍ່ຄຸນງາມຄວາມດີ, ນ້ຳໃຈຕໍ່ສູ້ພິລະອາດຫານ ແລະ ບໍ່ຍອມຈຳນົນ ຂອງບັນພະບູລຸດລາວ ກໍ່ຄື ບັນດານັກຮົບປະຕິວັດ ທີ່ເສຍສະຫຼະຊີວິດ, ເລືອດເນື້ອ, ເຫື່ອແຮງ ເພື່ອພາລະກິດປະຕິວັດ

ຢ່າງອົງອາດກ້າຫານ ແລະ ບໍ່ຍອມຈຳນົນ ພາຍໃຕ້ການຊີ້ນຳ-ນຳພາ ຂອງພັກປະຊາຊົນ ປະຕິວັດລາວ ຈົນສາມາດຍາດໄດ້ໄຊຊະນະ ແລະ ປະກາດເອກະລາດ, ສະຖາປະນາເປັນສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ຢ່າງສົມບູນ ແລະ ສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975 ແລະ ສືບຕໍ່ປະຕິບັດພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ມາຮອດປັດຈຸບັນນີ້.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button