ທ່ານ ດຣ ພັນຄຳ ວິພາວັນ ເປັນ ນາຍົກລັດຖະມົນຕີ ສປປລາວ

ປະຫວັດຫຍໍ້ຂອງ ທ່ານ ດຣ. ພັນຄໍາ ວິພາວັນ. ທ່ານ ພັນຄຳ ວິພາວັນ ເກີດເມື່ອວັນທີ 14 ເມສາ 1951 ທີ່ບ້ານກາງ, ເມືອງຊຳເໜືອ,ແຂວງຫົວພັນ, ຊົນເຜົ່າ: ໄຕ

* ວັນ, ເດືອນ, ປີເຂົ້າການປະຕິວັດ: 23/3/1968
* ວັນ, ເດືອນ, ປີເຂົ້າພັກສົມບູນ: 3/6/1976

– ປີ 1975-1977: ເປັນພະນັກງານຢູ່ກະຊວງສຶກສາ, ກິລາ ແລະ ທໍາມະການ.
– ປີ 1977-1983: ເປັນນັກສຶກສາຢູ່ມະຫາວິທະຍາໄລອະດີດສະຫະພາບໂຊຫວຽດ.
– ປີ 1983-1985: ເປັນອໍານວຍການໂຮງຮຽນບໍາລຸງທິດສະດີການເມືອງຂອງກະຊວງ ສຶກສາທິການ ແລະ ທຳມະການ.

– ປີ 1985-1988: ຄົ້ນຄວ້າປະລິນຍາເອກດ້ານທິດສະດີ ມາກ-ເລນິນ ທີ່ອາດີດສະຫະພາບໂຊຫວຽດ.
– ປີ 1988-1996: ເປັນຮອງອໍານວຍການໂຮງຮຽນວິທະຍາໄລສ້າງຄູວຽງຈັນ.
– ປີ 2001-2005: ເປັນຮອງລັດຖະມົນຕີຂອງສໍານັກງານນາຍົກລັດຖະມົນຕີ.

– ປີ 2005-2011: ເປັນເຈົ້າແຂວງໆຫົວພັນ.
– ປີ 2011-2015: ເປັນຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ.ໜ້າທີ່ຮັບພິດຊອບ: ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກ
– ປີ 2016-2021: ເປັນຮອງປະທານປະເທດ ແຫ່ງ ສປປ ລາວ.

– ປີ 2021 ຫລື ປັດຈຸບັນ: ເປັນນາຍົກລັກຖະມົນຕີແຫ່ງສປປລາວ (ເປັນນາຍົກຜູ່ທີ່ 9 ຫລື ສະໄຫມທີ 9 ນັບແຕ່ປີ 1975 ເປັນຕົ້ນ. ຖ້ານັບແຕ່ສະໄຫມອານາຈັກລ້ານຊ້າງຫລວງພະບາງມາ : ດຣ ພັນຄຳ ວິພາວັນ ເປັນນາຍົກ ຄົນທີ 25)