ເຕືອນກັນດ່ວນ ມິດ​ສາ​ຊີບໃຊ້ມົນເປົ່າຫູ ເຮັດໃຫ້ຄົນຫຼົງເຊື່ອ ເສຍເງິນໄປແລ້ວ 30 ກວ່າລ້ານ

ຈາກ​ເພ​ຈ໌ ສະເກັດຂ່າວ Hot News ໂພ​ສວ່າ ເຕືອນກັນດ່ວນ ເຈ້ນາງໃຊ້ມົນເປົ່າຫູ ເຮັດໃຫ້ຄົນຫຼົງເຊື່ອເສຍເງິນໄປແລ້ວ 30 ກວ່າລ້ານ

ວິທີການແມ່ນ: ເລາະໄປບ້ານນັ້ນບ້ານນີ້ແລ້ວດູມໍໃຫ້ເຈົ້າຂອງເຮືອນແລ້ວກໍທ້ວງໃຫ້ແກ້ນັ້ນເຮັດອັນນີ້, ມີຄ່າຄາຍເທົ່ານັ້ນເທົ່ານີ້.

ລ່າສຸດເຫດເກີດທີ່ອັດຕະປືນາງໄດ້ໄປອາໄສຢູ່ນຳເຈົ້າຂອງເຮືອນທີ່ນາງດູມໍໃຫ້ໄດ້ອາທິດປາຍແລະໄດ້ລັກເງິນ, ໂທລະສັບ ແລະ ໂສ້ງເຈົ້າຂອງເຮືອນຫນີໄປພ້ອມ(ມູນຄ່າເສຍຫາຍກວ່າ 30 ລ້ານກີບ)

ຈາກການທີ່ຜູ່ເສຍຫາຍໄດ້ໂພດລົງເພື່ອເຕືອນໄພນັ້ນກໍ່ໄດ້ມີຜູ່ເສຍຫາຍອີກຫລາຍໆຄົນມາເຂົ້າມາຄອມເມັ້ນໄປໃນທິດທາງດຽວກັນຄື:

ລ້ວນແລ້ວແຕ່ຖືກຫມໍຕົ້ມມາຈົນເປື່ອຍແລ້ວ.

ລັກຊະນະພິເສດ: ມີພອນສະຫວັນໃນການເວົ້າແລະໂນ້ມນ້າວໃຈຄົນເກັ່ງ ແລະ ດູມໍແມ້ນຫລາຍໆວ່າຊັ້ນ!! ບອກຕໍ່ໆກັນເດີ!! ລະວັງຕົວ ຢ່າໃຫ້ຕົກເປັນເຫື່ຍອຂອງຄົນທີ່ຫາກິນກັບຄວາມເຊື່ອ.

About admin

Check Also

ຂ່າວດ່ວນ ແຊຣ໌ຕໍ່ໆ ແຈ້ງເຕືອນ ພາຍຸດີເປຼຊັນ ສະບັບທີ 2

ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນ ພາຍຸດີເປຼຊັນ ສະບັບທີ 2 ໂດຍ ຄວາມກົດດັນອາກາດຕໍ່າທີ່ປົກຄຸມຢູ່ເຂດທະເລຈີນໃຕ້ຕອນກາງ ໄດ້ມີກຳລັງແຮງເພີ່ມຂຶ້ນ ກາຍເປັນພາຍຸດີເປຊັ້ນ ຊຶ່ງໃນເວລາ 4 …

Leave a Reply

Your email address will not be published. Required fields are marked *