ສາລະພັດປະໂຫຍດ… ວິທີລ້ຽງປາເຂັງນາ ແບບທຳມະຊາດ ລ້ຽງງ່າຍໄດ້ຜົນດີ ມີກຳໄລງາມ ສາມາດເຮັດເປັນວຽກເສີມຫຼືເປັນອາຊີບກໍ່ໄດ້

ປາເຂັງເປັນປາຊີ້ນນຸ່ມລົດຊາດແຊບລັກສະນະໂຕປ້ອມສີນໍ້າຕານປົນເຫຼືອງດຳຖືວ່າເປັນປານໍ້າຈືດທີ່ມີຄວາມສຳຄັນຕໍ່ເສດຖະກິດຂອງປະເທດເຮົາ ເພາະເປັນທີ່ຕ້ອງການໃນຕະຫຼາດເພື່ອການບໍລິໂພກຢ່າງຫຼວງຫຼາຍສາມາດນຳໄປປະກອບອາຫານໄດ້ຫຼາກຫຼາຍປະເພດແກ້ງ, ຕົ້ມ, ທອດ,ປີ້ງ ແລະ ອື່ນໆ ປັດຈຸບັນການລ້ຽງປາເຂັງມີການ

ພັດທະນາສາຍພັນປາເຂັງເພີ່ມຂຶ້ນມາຫຼາຍສາຍພັນເຊັ່ນ: ປາເຊັງຊຸມພອນ, ປາເຊັງນາ, ປາເຂັງສີ ເຖິງວ່າຈະມີການແຜ່ຫຼາຍແຕ່ກັບມີຄວາມຕ້ອງການສົ່ງອອກໄປຕ່າງປະເທດຂ້ອນຂ້າງສູງ ທັງທີ່ໃນປະເທດກໍ່ມີຄວາມຕ້ອງການເຊັ່ນ

ກັນ ດັ່ງນັ້ນ ຫາກມີການສົ່ງເສີມ ແລະ ພັດທະນາຄວາມຮູ້ເລື່ອງການລ້ຽງປາເຂັງໃຫ້ກັບຊາວກະສິກຳໄດ້ກໍ່ຈະມີສ່ວນຊ່ວຍພັດທະນາເສດຖະກິດ ແລະ ຍັງເຮັດໃຫ້ກຸ່ມກະສິກຳມະຫລາຍໄດ້ເພີ່ມຂຶ້ນ.

+ ການເລືອກສະຖານທີ່ລ້ຽງປາເຂັງ: ຄວນເປັນດິນໜຽວຫຼືດິນໜຽວປົນຊາຍ ເພື່ອໃຫ້ສາມາດລົດກັກເກັບນໍ້າໄດ້ຢູ່ໄກແຫຼ່ງທຳມະຊາດ ເພື່ອແນ່ໃຈວ່າໃຫ້ມີນໍ້າພຽງພໍຕະຫຼອດປີ.

+ ການກຽມບໍ່ລ້ຽງປາເຂັງ: ເລີ່ມຈາກການຕຽມບໍ່ລ້ຽງປາເຂັງເປັນບໍ່ຮູບ 4 ລ່ຽມ ຜືນຜ້າ 3 ບໍ່ດັ່ງຕໍ່ໄປນີ້:

  • ບໍ່ສຳລັບລູກປາເຂັງນາ ຂະໜາດ 6×7 ແມັດ
  •  ບໍ່ປະສົມພັນປາເຂັງນາ ຂະໜາດ 6×7 ແມັດ
  •  ບໍ່ສຳລັບລ້ຽງປາເຂັງນາ ຂະໜາດ 6×7 ແມັດ

+ ການຄັດເລືອກພໍ່ພັນ ແລະ ແມ່ພັນປາເຂັງ:

ພໍ່ພັນຄວນມີລັກສະນະລຳໂຕຍາວລອຍນໍ້າປາດປ່ຽວ ແລະ ໃນການຄັດພໍ່ພັນໃຫ້ເຮັດຕອນເຊົ້າຫຼັງຈາກປ່ຽນຖ່າຍນໍ້າກ່ອນໃຫ້ອາຫານ ພໍ່ພັນທີ່ພ້ອມການປະສົມພັນບໍ່ລິເວນປາຍຫົວຈະອອກສີແດງເກັດນວນເງົາບໍ່ເປັນແຜ, ສ່ວນແມ່ພັນຄວນຈະມີຈະໜາດປ້ອມສັ້ນລຳໂຕມີຄວາມຍາວປະມານ 3 ນີ້ວ ການຄັດເລືອກແມ່ພັນປາເຂັງນາໃຫ້ເຮັດຕອນເຊົ້າຫຼັງຈາກປ່ຽນຖ່າຍນໍ້າກ່ອນໃຫ້ອາຫານແມ່ພັນທີ່ພ້ອມຈະມີລັກສະນະທ້ອງບວມເບັງສະແດງວ່າມີໄຂ່ອະໄວຍະວະເພດມີສີແດງຊົມພູ

+ ການປະສົມພັນປາເຂັງນາ:

ໃຫ້ເຮັດການປະສົມພັນໃນຊ່ວງລະດູຝົນຄືລະຫວ່າງເດືອນ 5-6 ໃນບໍ່ປະສົມພັນຄວນໃສ່ນໍ້າປະມານ 50-60 ຊັງຕີແມັດ ແລະ ຫາຜັກບົງມາໃສ່ ເພື່ອເປັນທີ່ກຳບັງຊ່ວຍລີ້ເວລາຝັກໄຂ່ນຳພໍ່ພັນແມ່ພັນປາເຂັງນາອັດຕາສ່ວນປາ

ເຂັງແມ່ 1 ໂຕ ຕໍ່ໂຕຜູ້ 2 ໂຕ ລົງໃນບໍ່ເຊັ່ນ, ແມ່ພັນ 100 ໂຕໂຕຜູ້ພັນ 50 ໂຕ ແລ້ວປ່ອຍປະໄວ້ໃຫ້ປະສົມພັນກັນເປັນເວລາ 3 ທິດ ຫຼັງຈາກນັ້ນໃຫ້ແຍກພໍ່ພັນອອກຈາກລູກປາເຂັງທີ່ຍັງເປັນລູກຄອກ

+ ການໃຫ້ອາຫານ:

ຈັດການນໍ້າ ແລະ ອາຫານທຳມະຊາດເຂົ້າບໍ່ ແລະ ກອງນໍ້າດ້ວຍມຸ້ງລະດັບນໍ້າ 50 ຊັງຕີແມັດ ໃຊ້ປາປະສົມຮຳລະອຽດເປັນອາຫານໃນຊ່ວງ 3 ມື້ແລກເລີ່ມໃຫ້ໄຂ່ພໍຮອດມື້ທີ 4 ໃຫ້ໄຂ້ຕົ້ມສຸກເພາະໄຂ່ແດງບົດຜ່ານຜ່າຂາວບາງປະສົມນໍ້າສາດທົ່ວບໍ່ ແລະ ອາຫານຜົງສຳເລັດຮູບ ຫຼື ຮໍ່ລະອຽດປະສົມປາປົ່ນ ອັດຕາ 1 ຕໍ່ 1 ຫຼັງຈາກອະນຸບານ 3 ອາທິດຄ່ອຍໆເພີ່ມລະດັບນໍ້າເປັນ 80 ຊັງຕີແມັດ.

+ ການປ່ຽນນໍ້າໃນບໍ່ລ້ຽງປາເຂັງ:

ເຖິງວ່າປາເຂັງຈະລ້ຽງງ່າຍທົນຕໍ່ສະພາບນໍ້າແຕ່ກໍ່ຕ້ອງມີການປ່ຽນຖ່າຍນໍ້າ ເພື່ອໃຫ້ປາຈະເລີນເຈີບໂຕໄດ້ດີ ແລະ ກິນອາຫານໄດ້ຫຼາຍຂຶນ ໂດຍປ່ຽນນໍ້າປະມານເດືອນລະ 2-3 ເທື່ອ ເທື່ອລະ 1 ໃນ 3 ຂອງປະລິມານນໍ້າໃນບໍ່ ເພື່ອໃຫ້ປາປັບໂຕໄດ້ງ່າຍ ແລະ ປະຫຍັດນໍ້າໄດ້ຫຼາຍກວ່າປ່ຽນໝົດທັງບໍ່.

About admin

Check Also

ປະຊາຊົນງົງແຮງ ກັບການເກັບຄ່າທາງດ່ວນ! ຕອນໄປ 43.000ກີບ ຕອນກັບ 71.000ກີບ

3/1/2021 ປະຊາຊົນງົງແຮງ ກັບການເກັບຄ່າທາງດ່ວນ! ວອນພາກທີ່ກ່ຽວຂ້ອງຈົ່ງຊ່ວຍແກ້ໄຂ ເພື່ອຄວາມເປັນທຳຖືກຕ້ອງ ຕອນໄປ43.000 ຕອນກັບ71.000 ຄົນຢູ່ລົດທໍ່ເກົ່າແຕ່ນ້ໍາໜັກລົດເກີນວະຊັ້ນຊື້ເພີ່ມແມ່ນໝາກກ້ຽງ 2 ໂລ ໂລຕີ3ກັບເຮິເຮິ

Leave a Reply

Your email address will not be published. Required fields are marked *