ແຊຣ໌ເຕືອນ ເປັນອຸທາຫອນໝູ່ຢືມເງິນ ແລະ ຕິດໜີ້ຕ່າງໝູ່ ຈົນຕົນເອງເປັນທຸກ

ຂໍໂພສເປັນໂພສສຸດທ້າຍຂອງມື້ນີ້ສະ ອົດທົນມາດົນແລ້ວບໍ່ເຄີຍໄດ້ເວົ້າ📌 ນີລະເພິ່ນວ່າເອັນດູເຂົາເອັນເຮົາຂາດ.
4 ປີປາຍແລ້ວທີ່ຍັງວົນວຽນນຳຫນີ້ສິນບໍ່ຈົບ

👉🏻ຕອນໃຫ້ຢືມ 50 ລ້ານນິບໍ່ໄດ້ຄິດດົນເລີຍຄວາມວ່າຮັກຫມູ່ ອີ່ຕົນຫມູ່ ເພາະເປັນຫມູ່ກັນມາ30ປາຍປີແລ້ວ {ເກີດມາກໍ່ເຫັນກັນແລ້ວ}
{ ເງິນຕົນເອງ 6 ລ້ານແລະເງິນໂຄງການ 44ລ້ານ ໃຫ້ຫມູຢືມເພາະຫມູ່ວ່າຢືມແຕ່1ເດືອນ ລວມເປັນເງິນ 50ລ້ານ} ຫມູ່ບໍ່ມີເງິນມາໃຊ້ຈຳເປັນຕ້ອງ
👉🏻ຫລິ້ນຫວຍເອົາເຄດິດຕົນເອງໄປຫລິ້ນແທນຫມູ່ອີກ 1 ສາຍ 50 ລ້ານ
👉🏻ຢືມເງິນມື້ນຳເອື້ອຍຮັກໃຫ້ຫມູ່ ເອົາຮ້ານຕົນເອງໄປຄຳ້ ເງິນມື້ 10 ລ້ານ 5 ມື້ຕ້ອງໃຊ້ແທນຫມູ່ 1 ລ້ານ { ດອກ 10% }

ແຕ່ຖາມເງິນນຳຫມູ່ປານເຮົາເປັນຂໍທານ ເກັບນຳຫມູ່ມື້ລະແສນກີບມັນບໍ່ມີຈ່າຍໃຫ້.
👉🏻ນິລະຄືຄຳຕອບທີ່ຫລາຍໆຄົນຢາກຮູ້ວ່າ ແມ່ມີ່ເອົາເງິນໄປໄວ້ໃສຫາເງິນໄດ້ຫລາຍ ຫາເງິນເອົາແທ້ເອົາວ່າແທ້ : ໂດຍ… ຫາເງິນໃຊ້ຫນີ້ແທນຫມູ່ເນລະຄຸນນິລະ
– ລູກບໍ່ສະບາຍຍັງໄດ້ພາໄປກວດແຕ່ໂຮງຫມໍແລະຄີນິກຢູ່ລາວ ແຕ່ອີ່ສ່ຽວຮັກພາລູກໄປກວດຢູ່ໄທ ນອນແອັດມິດຢູ່ໄທ ບໍ່ຊັ້ນກໍ່ໄປສູນອາລິອ້ານພຸ້ນຄວາມເຮັດໄຮໂຊ { ມີແຕ່ເປືອກ }

-ຕ້ອງຍ້າຍ ຮຮ ໃຫ້ລູກຈາກ ຮຮ ລະບົບ2ພາສາມາຮຽນ ຮຮ ທົ່ວໄປ
-ຕ້ອງຍົກເລີກແຜນໄປທ່ຽວເຫນືອແລະໃຕ້
-ຕ້ອງຍົກເລີກຮຽນພິເສດ { ພາສາແລະເສີມທັກສະ }
-ຕ້ອງຫາເງິນຫລາຍຂຶ້ນ3-4ເທົ່າ ຈົນເກືອບບໍ່ມີເວລາໃຫ້ລູກ2ຄົນ ຈົນນຳ້ຫນັກຫລຸດໄປ 6-7ກິໂລບົດຮຽນຊີວິດຈື່ຮອດມື້ຕາຍຫມົດເວນຫມົດກຳກັນມື້ໃດຊິໄບໍລິຈາກເຄື່ອງ1000ກິໂລໃຫ້ເດັກດ້ອຍໂອກາດ
ທີ່ມາ
