ຂ່າວຕ່າງປະເທດ

ຂ່າວດ່ວນ!ຍີ່ປຸ່ນ​ ຕິດເຊື້ອ ໂ ຄ ວິ ດ ມື້ດຽວ 2.000 ຄົນ

ໃນວັນທີ 27​/03/2021 ທາງການປະເທດ ຍີ່ປຸ່ນ ໄດ້ລາຍງານການກວດ​ພົບ​ ຜູ້​ຕິດ​ເຊື້ອ ​ໂຄ​ວິດໃນມື້ດຽວສູງເປັນຈໍານວນ 2.000 ກວ່າ​ຄົນ ​ແລະ ຖືເປັນເທື່ອທໍາອິດ ນັບ​ຕັ້ງ​ແຕ່ ​ເດືອນ​ກຸມພາ​ 2021 ທີ່​ຜ່ານ​ມາ.

ສະຖານະການນີ້ເກີດຂຶ້ນ ພາຍ​ໃນ​ເວລາ ​ບໍ່​ຮອດອາທິດ ຫລັງ​ຈາກ ປະເທດຍີ່ປຸ່ນ ​ປະກາດ​ ຍົກ​ເລີກ ​ສະຖານະ​ການ ​ສຸກ​ເສີນ​ ໃນ​ນະຄອນຫຼວງໂຕ​ກຽວ ​ແລະ ອີກ 3​ແຂວງ​ ໃກ້​ຄຽງ ໃນວັນທີ 21 ມີນາ ທີ່ຜ່ານມາ.

ໂດຍໃນຈໍານວນດັ່ງກ່າວ, ຢູ່ໃນນະຄອນຫຼວງໂຕ​ກຽວ ມີ​ຜູ້​ຕິດ​ເຊື້ອ​ລາຍ​ໃໝ່ 376 ຄົນ, ​ຢູ່​ແຂວງ​ໂອຊາ​ກາ ​ເພີ່ມ​ຂຶ້ນ 300 ຄົນ.

ສ່ວນຢູ່່ ແຂວງ​ມິ​ຢາ​ກິ ທາງ​ຕາ​ເວັນ​ອອກ ​ສ່ຽງ​ເໜືອ ປັດຈຸບັນ ​ໄດ້​ປະກາດ​ ສະພາວະ​ ສຸກ​ເສີນ ໂດຍໃນ​ແຂວງ ຢືນຢັນ ພົບ​ຜູ້​ຕິດ​ເຊື້ອ ​ລາຍ​ໃໝ່ ​ຫລາຍ​ກວ່າ 150 ຄົນ.

ນອກຈາກນັ້ນແຂວງຢາມາກາຕະ​ຕະ ທີ່ຢູ່​ໃກ້​ຄຽງ ພົບຜູ້​ຕິດ​ເຊື້ອໃໝ່ 34 ຄົນ.ໃນອີກປະມານ 3 ເດືອນຂ້າງໜ້າ ນະຄອນຫຼວງໂຕກຽວ ຢືນຢັນ ຈະມີການຈັດການແຂ່ງຂັນ ກິລາໂອລິມປິກ ໂດຍຈໍາກັດ ຜູ້ເຂົ້າຊົມ ໂດຍພິທີ ຈະໄດ້ເປີດຂຶ້ນ ໃນວັນທີ 23/07/2021 ນີ້.

ສໍານັກຂ່າວ Japan Times

Related Articles

Leave a Reply

Your email address will not be published. Required fields are marked *

Back to top button