ແຈ້ງການ

ຂ່າວດ່ວນ!. ຫຼວງພະບາງ ຈະຈັດບຸນປີໃໝ່ລາວ ພຽງ 3 ມື້ເທົ່ານັ້ນ

ເນື່ອງຈາກຍັງມີສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ຊຸມຊົນຕ່າງໆໃນຂອບເຂດທົ່ວໂລກ ກໍ່ຄືປະເທດໃກ້ຄຽງ ຍັງສືບຕໍ່ແຜ່ລະບາດໃນລະດັບຕ່າງໆ. ສະນັ້ນ, ໃນການຈັດຕັ້ງສະຫຼອງປີໃໝ່ປີນີ້ ທົ່ວປວງຊົນລາວບັນດາເຜົ່າ ຕ້ອງໄດ້ສືບຕໍ່ປະຕິບັດມາດຕະການຕ່າງໆ ໃນການປ້ອງກັນການແຜ່ລະບາດພະຍາດດັ່ງກ່າວ ທີ່ລັດຖະບານໄດ້ວາງອອກໃນແຕ່ລະໄລຍະຜ່ານມາດ້ວຍຄວາມເປັນເຈົ້າການ ໂດຍເອົາໃຈໃສ່ບາງຈຸດສຸມຕົ້ນຕໍດັ່ງນີ້:

ກໍານົດວັນພັກສະຫຼອງປີໃໝ່ໃຫ້ເປັນເອກະພາບໃນຂອບເຂດທົ່ວປະເທດ ແຕ່ວັນທີ 14, 15, ແລະ 16 ເມສາ 2021, ການຈັດຕັ້ງສະຫຼອງບຸນປີໃໝ່ລາວໃຫ້ປະຕິບັດໃນຂອບຮີດຄອງປະເພນີ ແລະ ຂະນົບທໍານຽມອັນດີງາມເຊິ່ງຈັດຂຶ້ນຢູ່ພາຍໃນຄອບຄົວ, ສໍານັກງານ, ອົງການ, ວັດວາອາຮາມ ແລະ ສະຖານທີ່ສັກກະລະບູຊາຕ່າງໆ (ການບາສີສູ່ຂັວນ, ການສົງພະຕ່າງໆ, ກິດຈະກຳທີ່ບໍ່ໃຫ້ດໍາເນີນໃນຊ່ວງໄລຍະປີໃໝ່ ມີ:

ການສະແດງສິລະປະດົນຕີຢູ່ຕາມວັດວາອາຮາມ, ສະຖານທີ່ສາທາລະນະຕ່າງໆ ລວມທັງຢູ່ຕາມຫາດ (ແຄມນໍ້າ); ການຫົດນໍ້າກັນດ້ວຍນໍ້າເປື້ອນ, ນໍ້າສີ ຫຼື ນໍາໃຊ້ພາຫະນະ, ອຸປະກອນອື່ນໆ ເພື່ອຫົດນ້ໍາຄົນອື່ນ ຢູ່ຕາມຖະໜົນຫົນທາງ ແລະ ສະຖານທີ່ຕ່າງໆ: ງານສະເເດງດົນຕີ (ຄອນເສີດ), ງານປະກວດນາງສັງຂານ, ແຫ່ນາງສັງຂານ, ການຈັດງານຕະຫຼາດນັດ (ຍົກເວັ້ນຢູ່ຕາມສະຖານທີ່ ທີ່ລັດໄດ້ກໍານົດໄວ້);

ພ້ອມກັນນີ້, ຍັງໃຫ້ເພີ່ມທະວີລາດຕະເວນຢູ່ຕາມບໍລິເວນຊາຍແດນ, ເຄື່ອນໄຫວເວນຍາມຕາມສໍານັກງານ-ອົງການ ແລະ ຕາມບ້ານຊ່ອງຕ່າງໆ, ຕິດຕາມຄົນເຂົ້າອອກດ່ານຕ່າງໆຢ່າງເຄັ່ງຄັດ

ເພື່ອຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃຫ້ເປັນປົກກະຕິດີ ແລະ ເນັ້ນໜັກໃຫ້ຄະນະສະເພາະກິດສະກັດກັ້ນ ແລະ ປ້ອງກັນໂຄວິດ-19 ແຕ່ລະຂັ້ນ ສືບຕໍ່ປະຕິບັດໜ້າທີ່ຂອງຕົນດ້ວຍມາດຕະການຕ່າງໆ ເພື່ອແນໃສ່ຮັບປະກັນບໍ່ໃຫ້ມີການແຜ່ລະບາດຂອງພະຍາດໂຄວິດ-19 ໃນໄລຍະບຸນປີໃໝ່

Related Articles

Leave a Reply

Your email address will not be published. Required fields are marked *

Back to top button