ຕອນແລງຂອງວັນທີ 26 ກັນຍາ 2020, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ພ້ອມຄະນະ ໄດ້ເຂົ້າຮ່ວມກອງປະຊຸມລະດັບສູງທາງໄກກ່ຽວກັບການລົບລ້າງຄວາມທຸກຍາກ ແລະ ການຮ່ວມມືຂອບໃຕ້-ໃຕ້ ຫລື ຂອບການຮ່ວມມື ລະຫວ່າງປະເທດກຳລັງພັດທະນາ, ໃນຫົວຂໍ້: “ການກ້າວໄປສູ່ອະນາຄົດຮ່ວມ ກັນ ຂອງບັນດາປະເທດກຳລັງພັດທະນາ: ສົ່ງເສີມການລຶບລ້າງຄວາມທຸກຍາກ ແລະ ການພັດທະນາແບບຍືນຍົງ ໂດຍຜ່ານການຮ່ວມມືໃນຂອບໃຕ້-ໃຕ້ (Toward a Shared Future for Developing Countries: Promoting Poverty Eradication and Sustainable Development through Deepened South-South Cooperation)”.
ຈຸດປະສົງຕົ້ນຕໍ ແມ່ນເພື່ອຮ່ວມກັນປຶກສາຫາລື ບາງບັນຫາສໍາຄັນ ຄື: 1) ການຮ່ວມຕໍ່ສູ້ຕ້ານກັບ ໂຄວິດ-19 ແລະ ແກ້ໄຂບັນດາສິ່ງທ້າທາຍຮ່ວມກັນ ໃນການພັດທະນາເສດ ຖະກິດ-ສັງຄົມ; 2) ການລຶບລ້າງຄວາມທຸກຍາກ ໂດຍຜ່ານການແລກປ່ຽນປະສົບການ ແລະ ລົງເລິກການຮ່ວມມືໃນຂອບໃຕ້-ໃຕ້; ແລະ 3) ການສ້າງຄວາມເຂັ້ມແຂງໃຫ້ແກ່ການເຊື່ອມໂຍງ ລະຫວ່າງຂໍ້ລິເລີ່ມໜຶ່ງແລວທາງໜຶ່ງເສັ້ນ ທາງ ແລະ ວາລະ 2030 ເພື່ອບັນລຸການຫລຸດຜ່ອນຄວາມທຸກຍາກ ແລະ ເປົ້າໝາຍການພັດທະນາອື່ນໆ.
ກອງປະຊຸມທາງໄກຜ່ານວີດີໂອຄັ້ງນີ້, ຈັດໂດຍ ສປ ຈີນ, ພາຍໃຕ້ການເປັນປະທານຂອງ ທ່ານ ຫວັງ ອີ່ ລັດຖະມົນຕີ ການຕ່າງປະເທດແຫ່ງ ສປ ຈີນ, ມີຜູ້ແທນຂັ້ນລັດຖະມົນຕີ ຕ່າງປະເທດຈາກປະ ເທດສະມາຊິກຫລາຍກວ່າ 10 ປະເທດ, ຮອງເລຂາທິການໃຫ່ຍອົງການ ສປຊ ຜູ້ຊີ້ນຳວຽກງານເສດຖະ ກິດ-ສັງຄົມ ແລະ ອົງການຈັດຕັ້ງສາກົນອື່ນໆເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ກ່າວຄຳເຫັນຕໍ່ກອງປະຊຸມ ໂດຍທ່ານໄດ້ເນັ້ນໜັກຄວາມສຳຄັນຂອງການລຶບລ້າງຄວາມທຸກຍາກ ຊຶ່ງເປັນໜຶ່ງໃນບູລິມະສິດຕົ້ນຕໍຂອງວົງຄະນາຍາດສາກົນເພື່ອບັນລຸວາລະ 2030 ເພື່ອການພັດທະນາ. ການຮ່ວມມືແບບໃຕ້-ໃຕ້ ຖືເປັນແບບຢ່າງແຫ່ງຄວາມສາມັກຄີ ແລະ ເປັນກົນໄກຂອງການຮ່ວມມື ລະຫວ່າງ ບັນດາປະເທດກຳລັງພັດທະນາ ອັນໄດ້ເປັນການປະກອບສ່ວນສຳຄັນ ເຂົ້າໃນການຫລຸດຜ່ອນຄວາມທຸກຍາກ ແລະ ນຳເອົາຄວາມຮຸ່ງເຮືອງສີວິໄລມາສູ່ປະຊາຊົນຂອງວົງຄະນະຍາດສາກົນ ບົນພື້ນຖານຫລັກການ ການຮ່ວມມືແບບຫລາຍຝ່າຍ ພາຍໃຕ້ກົດບັດຂອງອົງການສະຫະປະຊາຊາດ ກໍຄື ຫລັກການແຫ່ງຄວາມສາມັກຄີ, ການເຄົາລົບອະທິປະໄຕ ແລະ ບໍ່ແຊກແຊງເຂົ້າໃນກິດຈະການພາຍໃນຂອງກັນ ແລະ ກັນ ແລະ ການຮ່ວມມືທີ່ຕ່າງງຝ່າຍຕ່າງໄດ້ຮັບຜົນປະໂຫຍດ. ບັນດາຜົນສຳເລັດຕ່າງໆ ທີ່ປະເທດກຳລັງພັດທະນາຍາດມາໄດ້ໃນໄລຍະຜ່ານມາ ສະ ແດງໃຫ້ເຫັນເຖິງຄວາມສຳຄັນຂອງສັນຕິພາບ ແລະ ຄວາມໝັ້ນຄົງສາກົນ, ການຮ່ວມມືເພື່ອການພັດທະ ນາ ໂດຍສະເພາະແມ່ນການຮ່ວມມືໃນຂອບໃຕ້-ໃຕ້, ແຕ່ກໍບໍ່ໄດ້ໝາຍຄວາມວ່າເພື່ອປ່ຽນແທນຂອບການຮ່ວມມືເໜືອ-ໃຕ້. ພ້ອມດຽວກັນນີ້, ທ່ານລັດຖະມົນຕີ ຍັງໄດ້ຕີລາຄາສູງຕໍ່ບົດບາດທີ່ເປັນແກນກາງ ຂອງການຮ່ວມມືໃຕ້-ໃຕ້ ແລະ ການຮ່ວມມືແບບສາມແຈ ຊຶ່ງເປັນທ່າແຮງໜຶ່ງທີ່ສະໜັບສະໜູນ ການຈັດຕັ້ງປະ ຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງບັນດາປະເທດກຳລັງພັດທະນາ ໂດຍຜ່ານການຖ່າຍທອດແລກປ່ຽນຄວາມຮູ້, ປະສົບການ ແລະ ການຮ່ວມມືລະຫວ່າງປະເທດກຳລັງພັດທະນາດ້ວຍກັນ.
ສຳລັບ ສປປ ລາວ ກໍໄດ້ມີຄວາມພະຍາຍາມຢ່າງຕັ້ງໜ້າໃນການລົບລ້າງຄວາມທູກຍາກ ແລະ ວາງຄາດໝາຍສູ້ຊົນ ເພື່ອນຳພາປະເທດຊາດອອກຈາກສະຖານະພາບດ້ອຍພັດທະນາໃນອະນາຄົດ, ທ່ານລັດຖະມົນຕີ ຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດ ແລະ ບົດບາດຂອງ ສປ ຈີນ ໃນການຮ່ວມມື ແລະ ສະໜັບສະໜູນຊ່ວຍເຫລືອປະເທດຕ່າງໆ ໂດຍສະເພາະພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ”, ຜົນສຳເລັດຂອງ ສປ ຈີນ ໃນການລົບລ້າງຄວາມທຸກຍາກສ່ວນຫລາຍຂອງປະເທດ ໄດ້ພຽງໄລຍະເວລາອັນສັ້ນນັ້ນ ລ້ວນແຕ່ໄດ້ຮັບການຍ້ອງຍໍຊົມເຊີຍຈາກວົງຄະນະຍາດສາກົນ ແລະ ໄດ້ກາຍເປັນບົດຮຽນອັນລ້ຳຄ່າ ໃຫ້ແກ່ປະເທດຕ່າງໆໃນທົ່ວໂລກ. ດັ່ງນັ້ນ, ສປປ ລາວ ຈຶ່ງຖືສຳຄັນຢ່າງຍິ່ງໃນການສົ່ງເສີມການເປັນຄູ່ຮ່ວມພັດທະນາໃນຂົງເຂດຕ່າງໆ ກັບສປ ຈີນ ແລະ ປະເທດຕ່າງໆ ໃນພາກພື້ນ ເພື່ອບັນລຸຍຸດທະສາດຂອງລັດຖະບານ ເພື່ອປ່ຽນສະຖານະພາບເປັນປະເທດທີ່ບໍ່ມີຊາຍແດນ ຕິດຈອດທະ ເລ ໃຫ້ກາຍເປັນສູນກາງຂອງການເຊື່ອມຈອດພາກພື້ນ ດ້ວຍການຍົກລະດັບພື້ນຖານໂຄງລ່າງດ້ານການຂົນ ສົ່ງພາຍໃນປະເທດ, ໂດຍສະເພາະໂຄງການທາງລົດໄຟຄວາມໄວສູງ ລາວ-ຈີນ, ຊຶ່ງຄາດວ່າຈະສຳເລັດສົມບູນໃນປີ 2021.
ການເຂົ້າຮ່ວມກອງປະຊຸມຄັ້ງນີ້ຂອງ ສປປ ລາວ ໄດ້ສະແດງໃຫ້ເຫັນບົດບາດ ແລະ ການປະກອບສ່ວນຢ່າງຫ້າວຫັນຂອງ ສປປ ລາວ ເຂົ້າໃນເວທີປຶກສາຫາລືບັນຫາສຳຄັນຂອງສາກົນ ແລະ ໄດ້ຮັບຜົນສຳເລັດຢ່າງຈົບງາມ.
Cr: ກົມການຂ່າວ, ກະຊວງການຕ່າງປະເທດ