ບໍ່ຄຳ-ທອງເຊໂປນ ມອບພັນທະໄຕມາດ 4 ປີ 2020 ໃຫ້ລັດຖະບານ 3,4 ລ້ານໂດລາ

ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ລິມິເຕັດ ບໍ່ຄຳ-ທອງເຊໂປນ ( ລຊມລ ) ມອບຄ່າຊັບພະຍາກອນແຮ່ທາດ ຈຳນວນ 3,4 ລ້ານໂດລາ ສໍາລັບໄຕມາດທີ 4 ຂອງປີ 2020 ໃຫ້ລັດຖະບານ ເຊິ່ງພິທີມອບ-ຮັບ ໄດ້ຈັດຂຶ້ນໃນວັນທີ 29 ມີນາ 2021 ຜ່ານມາ ໂດຍ ທ່ານ ພູດົງ ສຸຂະວົງ, ຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ, ຕາງໜ້າໃຫ້ກະຊວງການເງິນ ເປັນຜູ້ຮັບຄ່າຊັບພະຍາກອນແຮ່ທາດ ຈາກການຜະລິດ-ຈຳໜ່າຍໂລຫະຄຳ ແລະ ທອງຂອງໄຕມາດທີ 4 ປີ 2020

ຈໍານວນ 3.438.220,28 ໂດລາສະຫະລັດ ເຊິ່ງມອບໂດຍ ທ່ານ ພໍ ແຮຣິສ ຜູ້ຈັດການໃຫຍ່ ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ລິມິເຕັດ ບໍ່ຄຳ-ທອງເຊໂປນ ( ລຊມລ ) ໂດຍການເປັນສັກຂີພິຍານຂອງ ທ່ານ ນາງ ໄພວອນ ທຸມພາວັນ ຮອງຫົວໜ້າພະແນກຂອງກະຊວງການເງິນ, ທ່ານ ອານຸສອນ ໂຄດປະທິບ ຜູ້ອຳນວຍການໃຫຍ່ ລຊມລ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.ຍອດລາຍຈ່າຍຄ່າພາສີຊັບພະຍາກອນແຮ່ທາດ ໃຫ້ແກ່ລັດຖະບານ ທັງໝົດຂອງສົກປີ 2020 ແມ່ນເທົ່າກັບ 14,5 ລ້ານໂດລາ.

ນອກຈາກນີ້ ຍັງມີພັນທະອື່ນໆທີ່ໄດ້ມອບເຂົ້າເປັນລາຍຮັບຂອງລັດຖະບານເປັນຕົ້ນແມ່ນ ອາກອນກຳໄລ, ອາກອນນ້ຳມັນເຊື້ອໄຟ ແລະ ອາກອນລາຍໄດ້.

ນັບຕັ້ງແຕ່ເລີ່ມມີການຂຸດຄົ້ນ-ປຸງແຕ່ງ-ຜະລິດຄຳ-ທອງ ມາແຕ່ປີ 2003 ເປັນຕົ້ນມາ, ທາງບໍລິສັດ ລ້ານຊ້າງ ມີເນໂຣນສ໌ ລິມິເຕັດ ບໍ່ຄຳ-ທອງເຊໂປນ ໄດ້ປະກອບສ່ວນພັນທະຂອງຕົນທີ່ເປັນ ລາຍຮັບໂດຍກົງໃຫ້ແກ່ລັດຖະບານ ສປປ ລາວ ເປັນເງິນທັງໝົດຫຼາຍກວ່າ 1,5 ຕື້ໂລດາ ລວມທັງ ຄ່າຊັບພະຍາກອນແຮ່ທາດທັງໝົດຫຼາຍກ່ວາ 172 ລ້ານໂດລາ.