ຂ່າວທົ່ວໄປ
ລະລືກເຖິງ ຜູ້ນໍາສປປລາວ ທີ່ຍາກຈົນກວ່າຫມູ່

ທັງຊີວິດລຸງອຸທິດແກ່ຊາດຊື່ສັດຕໍ່ຄຳປະຕິຍານທີ່ຈະຊື່ສັດແລະເຮັດເພື່ອຊາດເພື່ອປະຊາຊົນຈົນລົມຫາຍໃຈສຸດທ້າຍຂອງລຸງ.ເຮືອນລຸງຫລັງນ້ອຍ.

ລົດລຸງກໍ່ຂີ່ແຕ່ຄັນເກົ່າ…

ເງິນທີ່ຜູ້ຄົນເອົາມາມອບເປັນນ້ຳໃຈໄຫ້ລຸງ.
ລຸງສັ່ງໄຫ້ເອົາກັບໄປມອບໄຫ້ປະຊາຊົນຜູ້ຕ້ອງການຄວາມຊ່ວຍເຫລືອ. ຊັບສິນທີ່ສູນກາງພັກສັ່ງເອົາມາມອບໄຫ້ລຸງ ລຸງສັ່ງໄຫ້ເອົາກັບໄປມອບໄຫ້ອ້າຍນ້ອງທະຫານທີ່ກຳລັງສ່ຽງເປັນສ່ຽງຕາຍເພື່ອປະຊາຊົນຢູ່ແນວຫນ້າພຸ້ນ.

ນີ້ແຫລະຄືຄຸນທາດແລະສິນທຳຂອງນັກປະຕິວັດນາມວ່າ ລຸງປະທານຫນູຮັກ ພູມສະຫວັນ.
