ຂ່າວຕ່າງປະເທດ
ດີຫຼາຍ..! New Zealand ຂື້ນພາສີຄົນລວຍ ເພີ່ນຄ່າແຮງຄົນຈົນ

ລັດຖະບານ ນິວຊີແລນ ປະກາດ ເພີ່ມຄ່າແຮງຂັ້ນຕໍ່າ ແລະ ຂຶ້ນພາສີຄົນລວຍ ເຊິ່ງປະກາດໃຊ້ນັບແຕ່ມື້ນີ້ເປັນຕົ້ນໄປ 1 ເມສາ 2021 ໂດຍຄ່າແຮງຂັ້ນຕໍ່າແມ່ນ 20$ (ປະມານ 188,000ກີບ) ຕໍ່ຊົ່ວໂມງ ແລະ ເກັບພາສີຄົນລວຍທີ່ມີລາຍໄດ້ສູງ ສູງສຸດ 39%

ໃນສ່ວນການເກັບພາສີຄົນລວຍນັ້ນ ຈະມີການເອີ້ນເກັບ ກັບຜູ້ທີ່ມີລາຍໄດ້ ຫຼາຍກວ່າ 180,000$(ປະມານ 1,7 ຕື້ກີບ) ຕໍ່ປີ ໂດຍຈະເກັບຈາກກຸ່ມປະຊາກອນ 2% ທີ່ຈັດຢູ່ໃນຖານະຮັ່ງມີຂອງປະເທດນິວຊີແລນ

ເຊິ່ງທ່ານນາງ Jacinda Ardern ນາຍຍົກລັດຖະມົນຕີ ຂອງນິວຊີແລນໃຫ້ສໍາພາດວ່າ ນີ້ແມ່ນ ການເຮັດຕາມສັນຍາໃຫ້ກັບປະຊາຊົນຂອງຕົນເອງຕັ້ງແຕ່ກ່ອນເລືອກຕັ້ງ ເພື່ອໃຫ້ປະຊາຊົນໃນປະເທດມີຄວາມເທົ່າທຽມທາງເສດຖະກິດໃຫ້ໄດ້ຫຼາຍທີ່ສຸດ.
ທີ່ມາ: https://bit.ly/2PtB2g6