ປະກາດ
ແຈ້ງຄົນຫາຍ!..ວອນທຸກຄົນຈົ່ງຊ່ວຍແຊແນ່ ຖ້າໃຜພົບເຫັນແຈ້ງເຮົາເເນ່ ເປັນຫ່ວງຫລາຍ

+ ແຈ້ງຄົນຫາຍຜູ້ກ່ຽວຊື່: ທ້າວ ທະນົງສັກ ອາຍຸ 55ປີ ເປັນຄົນບ້ານນາລິວ ເມືອງຊຳເໜືອ ແຂວງຫົວພັນ. ໄດ້ມາຢາມລູກສາວຊື່:ນາງດ້າ ຢູ່ບ້ານອຸດົມຜົນ ເມືອງໄຊທານີ ນະຄອນຫລວງວຽງຈັນ.

ຢູ່ໄດ້ປະມານ4ເດືອນ. ຈາກນັ້ນໃນວັນທີ31 ເດືອນ ມີນາ(03) 2021 ຜູ້ກ່ຽວເໄດ້ກັບບ້ານ ໂດຍການຂີ່ລົດເມຈາກນະຄອນຫຼວງວຽງຈັນ ເພື່ອກັບບ້ານ ເມືອງຊຳເຫນືອແຂວງຫົວພັນ.

ຜູ້ກ່ຽວໄດ້ຂື້ນລົດເມ ວຽງຈັນ-ຊຳເໜືອຖ້ຽວ5ໂມງແລງຂອງວັນທີ31ເດືອນ ມີນາ(03) 2021 ປົກກະຕິແມ່ນຕອນເຊົ້າມື້ນີ້ກໍ່ຕ້ອງຮອດບ້ານ.

ແຕ່ດຽວນີ້ແມ່ນບໍ່ເຫັນຜູ້ກ່ຽວ. ເຫັນແຕ່ເຄື່ອງນຸງເພີ່ນຢູ່ລົດເມ ບໍ່ຮູ້ວ່າຕອນນີ້ແມ່ນເພິ່ນຢູ່ໃສ. ຈຶ່ງຢາກຂໍຄວາມຊ່ວຍເຫຼືອຈາກສັງຄົມຊ່ວຍເປັນຫູເປັນຕາ

ຫາກໃຜພົບເຫັນຊ່ວຍຕິດຕໍ່ຫາລູກສາວຂອງເພິ່ນແນ່ ທີ່ເບີໂທ 02054706649 ຫຼື ຂໍໃຫ້ທ່ານຊ່ວຍແຊຣຂ່າວຊ່ວຍກັນ ເພື່ອໃຫ້ຫຼາຍຄົນໄດ້ເຫັນ ເພື່ອມີຄົນພົບເຫັນຕາມຈຶ່ງຈະໄດ້ແຈ້ງໃຫ້ລູກຂອງເພິ່ນເພື່ອຮັບຮູ້. ຂໍຂອບໃຈຫລາຍໆ. 🙏🙏🙏🙏