ຂ່າວຕ່າງປະເທດ
ເກີດເຫດລົດໄຟຕົກລາງຢູ່ໄຕ້ຫວັນ ເສຍຊີວິດແລ້ວຢ່າງໜ້ອຍ 36 ຄົນ

ວັນທີ 2 ເມສາ, ເກີດເຫດລົດໄຟຂະບວນໜຶ່ງທີ່ບັນທຸກຜູ້ໂດຍສານປະມານ 350 ຄົນ ຕຳກັບລົດສ້ອມແປງອຸໂມງຈົນຕົກລາງ ຂະນະກຳລັງແລ່ນຜ່ານອຸໂມງຢູ່ເມືອງຮົວຫລຽນຂອງໄຕ້ຫວັນ.

ສຳນັກຂ່າວ Reuters ລາຍງານເບື້ອງຕົ້ນມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 36 ຄົນ, ໄດ້ຮັບບາດເຈັບອີກຫລາຍກວ່າ 72 ຄົນ ຖືເປັນອຸປະຕິເຫດລົດໄຟຕົກລາງຮຸນແຮງທີ່ສຸດໃນຮອບ 3 ທົດສະວັດ.

ພາບຈາກວິດີໂອທີ່ໄດ້ຮັບການບັນທຶກໄວ້ ເຜີຍໃຫ້ເຫັນລົດສ້ອມແປງອຸໂມງທີ່ຕົກລົງມາກີດຂວາງເສັ້ນທາງແລ່ນຂອງລົດໄຟຂະບວນດັ່ງກ່າວ ເປັນເຫດໃຫ້ເກີດຄວາມສູນເສຍຄັ້ງໃຫຍ່ຕາມມາ ໂດຍທາງການຈະເລັ່ງສືບສວນ ແລະ ຫາຂໍ້ມູນເພີ່ມຕື່ມ.
