ຂ່າວທົ່ວໄປ

ເພື່ອສຸມໃສ່ກຸ່ມຄົນທີ່ມີຄວາມສ່ຽງສູງທີ່ສຸດຕໍ່ການຕິດເຊື້ອພະຍາດໂຄວິດ-19

ເພື່ອສຸມໃສ່ກຸ່ມຄົນທີ່ມີຄວາມສ່ຽງສູງທີ່ສຸດຕໍ່ການຕິດເຊື້ອພະຍາດໂຄວິດ-19 ແລະ ຜູ້ທີ່ມີແນວໂນ້ມທີ່ຈະເກີດອາການຮຸນແຮງຈາກການຕິດເຊື້ອ.

ສປປ ລາວ ຈຶ່ງໄດ້ເລີ່ມຕົ້ນການໃຫ້ບໍລິການສັກວັກຊີນທີໄດ້ຮັບຈາກໂຄງການການຮ່ວມມືເພື່ອວັກຊີນກັນພະຍາດໂຄວິດ-19 ໂຄແວັກ ຟາຊີລີຕີ້.

ການໃຫ້ບໍລິການສັກວັກຊີນຄັ້ງນີ້ເເມ່ນໄດ້ຖືກຈັດຂື້ນຢູ່ທີ່ໂຮງໝໍມິດຕະພາບໃນວັນທີ 2 ຫາ 3 ເມສາ 2021 ນີ້, ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ຮສ ດຣ ພູທອນ ເມືອງປາກ,

ຮອງລັດຖະມົນຕີກະຊວງສາທາລະນະສຸກ ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ ຮອງຫົວຫນ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ,

ມີ ຜູ້ຕາງໜ້າອົງການອະນາໄມໂລກປະຈໍາ ສປປ ລາວ, ຕາງໜ້າອົງການຢູນິເຊັບ ປະຈໍາ ສປປ ລາວ ແລະ ບັນດາອົງການຈັດຕັ້ງສາກົນ ແລະ ກຸ່ມຄົນທີ່ຢູ່ໃນກຸ່ມເປົ້າໝາຍ ເຂົ້າຮ່ວມ.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button