ຂ່າວທົ່ວໄປ

ເມືອງຊະນະຄາມ ແຂວງວຽງຈັນ ໄດ້ຮັບຜົນກະທົບຈາກພາຍຸ ເສຍຫາຍ 257 ລ້ານກີບ‼️

☄️☄️ເມືອງຊະນະຄາມ ແຂວງວຽງຈັນ ໄດ້ຮັບຜົນກະທົບຈາກພາຍຸ ເສຍຫາຍ 257 ລ້ານກີບ‼️

ຕາມການລາຍງານ ຂອງໜ່ວຍສະ ເພາະກິດ ການຕ້ານໄພພິບັດຂັ້ນເມືອງໄດ້ລາຍງານໃນຄັ້ງວັນທີ 2 ເມສາ 2021 ເຊິງໄດ້ໃຫ້ຮູ້ວ່າ: ກ່ຽວກັບການລົງກວດກາ ຂອງຄະນະກຳມະການ ຕ້ານໄພພິບັດເຊິງປະກອບມີ ຫ້ອງວ່າການເມືອງ ,ຫ້ອງການແຮງງານ ແລະສະຫວັດດີການສັງຄົມ, ຫ້ອງການ ຍທຂ, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ສົມທົບກັບ ອຳນາດການປົກຄອງບ້ານ ແລະ ປກສ ກຸ່ມບ້ານ ນາພຽງ ໄດ້ພ້ອມກັນລົງສຳຫຼວດຕົວຈິງ ເພື່ອປະເມີນຜົນກະທົບທີ່ເກີດຂຶ້ນຈາກໄພທຳມະຊາດ (ວະຕະໄພ)

ລົມພາຍຸ ຄັ້ງວັນທີ 29 ມີນາ 2021 ເວລາປະມານ 16:00 ໂມງ ໃນເຂດບ້ານນາພຽງ ແລະ ບ້ານນາປາຝາ ເມືອງຊະນະຄາມ ແຂວງວຽງຈັນ ຜ່ານການລົງເກັບກຳຂໍ້ມູນຕົວຈິງເຫັນໄດ້ວ່າ ລົມພາຍຸໃນຄັ້ງນີ້ໄດ້ສົ່ງຜົນກະທົບເຮັດໃຫ້ ເສົາໄຟຟ້າລົ້ມຫັກ , ບ້ານເຮືອນຊານ ຂອງປະຊາຊົນໄດ້ຮັບຜົນເສຍຫາຍ ເປັນຕົ້ນແມ່ນ ຫຼັງຄາເຮືອນຮື້, ເລົ້າເຂົ້າຮື້, ນອກຈາກນັ້ນ ຍັງມີຮ້ານຄ້າຈຳນວນໜຶ່ງ, ສາງເກັບມ້ຽນມັນຕົ້ນ ແລະ ປ້ຳນ້ຳມັນ ໄດ້ຮັບຜົນກະທົບ ເຊິ່ງປະເມີນຜົນເສຍຫາຍໃນຂອບເຂດບ້ານນາພຽງ ຜ່ານການລົງກວດການຕົວຈິງເຫັນໄດ້ວ່າ ຜົນເສຍຫາຍທີ່ເກີດຈາກວະຕະໄພລົມພາຍຸ ໂດຍມີ ຂອງພາກສ່ວນ ລັດວິສາຫະກິດໄຟຟ້າລາວ ມີເສົາໄຟຟ້າຫັກກີດຂວາງຫົນທາງຈຳນວນ 9 ຕົ້ນ

ໃນນັ້ນມີເສົາໄຟຟ້າ ຂະໜາດແຮງກາງ 6 ຕົ້ນ ແລະເສົາໄຟັາຂະໜາດແຮງຕໍ່າ 3 ຕົ້ນ ມີມູນຄ່າຄວາມເສຍຫາຍ171.396.000 ກີບ, ມີເຮືອນປະຊາຊົນ ແລະເລົ້າເຂົ້າ ຈຳນວນ 3 ຫຼັງຄາເຮືອນ ເຊິ່ງໄດ້ຮັບຜົນກະທົບໜັກ ເປັນຕົ້ນແມ່ນຫຼັງຄາຮື້ ມີມູນຄ່າຄວາມເສຍຫາຍ: 13.357.000 ກີບ, ມີໂຮງສີເຂົ້າ 1 ໂຮງ, ໂດຍສະເພາະແມ່ນເຂົ້າຖືກນ້ຳຝົນຈຳນວນ 2 ໂຕນ ລວມມູນຄ່າຄວາມເສຍຫາຍ: 7.200.000 ກີບ, ມີສາງເກັບມ້ຽນມັນຕົ້ນ ໄດ້ຮັບຜົນເສຍຫາຍ: 35.910.000 ກີບ ມູນຄ່າຄວມ ລວມມູນຄ່າຄວາມເສຍຫາຍທັງໜົດໃນຂອບເຂດບ້ານນາພຽງມີທັງໝົດ 227.863.000 ກີບ.

ສ່ວນບ້ານນາປາຝາ ຜ່ານການລົງກວດການຕົວຈິງເຫັນໄດ້ວ່າ ຜົນເສຍຫາຍທີ່ເກີດຈາກວະຕະໄພລົມພາຍຸ ແມ່ນສາມາດສະຫຼຸບໄດ້ໂດຍມີ ເຮືອນປະຊາຊົນ ຈຳນວນ 17 ຫຼັງຄາເຮືອນ ເຊິ່ງໄດ້ຮັບຜົນກະທົບໜັກ ເປັນຕົ້ນແມ່ນຫຼັງຄາຮື້ ມີມູນຄ່າຄວາມເສຍຫາຍ 27.724.000ກີບ, ໂຮງຮຽນປະຖົມ (ສາຍໄຟຟ້າຂາດ) ມີມູນຄ່າ: 2.400.000 ກີບ, ລວມມູນຄ່າຄວາມເສຍຫາຍຂອງບ້ານນາປາຝາມີ 30.124.000 ກີບ, ລວມມູນຄ່າຄວາມເສຍຫາຍທັງໝົດທີ່ເກີດຂຶ້ນທັງ 2 ບ້ານໃນຄັ້ງນີ້ມີ 257.987.000 ກີບ, ທັງໝົດນີ້ແມ່ນການປະເມີນຄວາມເສຍຫາຍໃນເບື້ງຕົ້ນເບື້ອງຕົ້ນ ຂອງຄະນະກຳມະການຕ້ານໄພພິບັດຂັ້ນເມືອງ ແລະອຳນາດການປົກຄອງຂັ້ນບ້ານ

ເພື່ອເປັນບ່ອນອີງໃນການລາຍງານຜົນເສຍຫາຍທີ່ເກີດຂຶ້ນຈາກວະຕະໄພ(ລົມພາຍຸ)ໃນຄັ້ງນີ້ ສ່ວນເສົາໄຟຟ້າຫັກໃນຈຳນວນ 9 ຕົ້ນນີ້ ຕົກມາຮອດປັດຈຸບັນແມ່ນ ໄດ້ມີການສ້ອມແປງຄືນສຳເລັດ ແລະສາມາດນຳໃຊ້ໄດ້ຢ່າງເປັນປົກກະຕິ.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button