ຂ່າວທົ່ວໄປ

ສອງສາວຖືກໝູ່ຖິ້ມກາງເດິກ ບໍ່ມີລົດກັບບ້ານ ແຕ່ມີພົນລະເມືອງດີຊ່ວຍເຫຼືອ ຊົມເຊີຍເດີ້

ຜູ້ໃຊ້ເຟສບຸກຊື່ Ell Lorviengxay ໂພສໃນວັນທີ 9 ເມສາ 2021 ວ່າ:  ພໍດີຂ້ອຍນັ່ງຫລີ້ນນຳຫມູ່ຢູ່ບ້ານອາກາດມື້ນີ້ເຫັນນ້ອງຜຸ້ຍີງຍ່າງກາຍມາ2ຄົນຕອນ 1ໂມງຂ້ອຍ= ນ້ອງມາແຕ່ໄສຄືຍ່າງມາເດິກໆດື່ນໆ.

ນ້ອງ= ເຮົາຖືກຫມູ່ຖີ້ມຢູ່ແຄມຂອງລະນ້ອງສິໄດ້ຍ່າງກັບບ້ານ ນ້ອງຂີ່ລົດຈັກມານຳຫມູ່ ຫມູ່ນ້ອງຖີ້ມນ້ອງຢູ່ແຄມຂອງຕອນ7ໂມງ ຈົນຮອດ1ໂມງ ບໍ່ມາຮັບປານນີ້ນ້ອງບໍ່ຮູ້ສິເຮັດຈັ່ງໄດແບັດໂທລະສັບກາຫມົດເງີນກາບໍ່ມີນ້ອງຢາກກັບບ້ານ ນ້ອງບໍ່ຮູ້ສິເຮັດແນວໄດ ນ້ອງເລີຍຍ່າງກັບບ້ານ ບ້ານນ້ອງຢູ່ສີເກີດຂ້ອຍ= ຊັ້ນອ້າຍສິອອກເງີນນຳຫມູ່ໄຫ້ນ້ອງຈ້າງແທັກຊີກັບເດີ້

-ລະຫລັງຈາກນັ້ນຂ້ອຍກັບຫມູ່ກາພາກັນເກັບເງີນຄົນລະ 10ພັນ 20ພັນ ເພື່ອຈ່າຍຄ່າແທັກຊີໄຫ້ນ້ອງເພາະບໍ່ຮູ້ສິເຮັດແນວໄດໄຫ້ນ້ອງໄດ້ກັບບ້ານ ເພາະຂ້ອຍກາບໍ່ຮູ້ຈະຊ່ວຍເຫລືອຈັ່ງໄດສິໄປສົ່ງລາວກັບບ້ານ ໄຄແຕ່ແທັກຊີກາຄົນຮູ້ຈັກກັນກາເລີຍຊ່ວຍເຫລືອກັນກັບບ້ານລະຕັ້ງໃຈຮຽນເດີ້ນ້ອງປລ: ຄ່າລົດ 80,000ທີ່ເຫລືອແມ່ນຝາກລາວຊື້ເຄື່ອງເດີ້

ທີ່ມາ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button