ຈັງຫວັດຊຽງໃຫມ່ (ໄທ)ຕັ້ງໂຮງຫມໍສະຫນາມ ຂະຫນາດ 280 ຕຽງ ເພື່ອກຽມຄວາມພ້ອມຮັບຜູ້ປ່ວຍ ໂຄວິດ ທີ່ເຈົ້າຫນ້າທີ່ຄາດການວ່າຈະມີຜູ້ປ່ວຍເພີ່ມຂື້ນ ຈະເປີດໃຊ້ຊ່ວງບ່າຍວັນນີ້.

ເຈົ້າຫນ້າທີ່ສັງກັດກະຊວງສາທາລະນະສຸກຊຽງໃຫມ່ ເລັ່ງລຳລຽງອຸປະກ່ອນເຄື່ອງມືທາງການແພດ ແລະ ເວດຊະພັນ ມາຕິດຕັ້ງສະຖານທີ່ຈັດຕັ້ງ ໂຮງຫມໍສະຫນາມ ບໍລິເວນຫ້ອງໂຖງນິທັດສະການ 1 ພາຍໃນສູນປະຊຸມ ແລະ ຈັດສະແດງສິນຄ້ານານາຊາດ ສະເລີມພຣະກຽດ 7 ຮອບພຣະຊົນມະພັນສາ

ໂດຍສາມາດຮອງຮັບຜູ້ປ່ວຍໄດ້ປະມານ 280 ຕຽງ ແຍກເປັນຫ້ອງຜູ້ຊາຍ 140 ຕຽງ ແລະ ຫ້ອງຂອງຜູ້ຍິງ 140 ຕຽງ ແລະມີກ້ອງວົງຈອນປິດ ເອົາໄວ້ສອດສ່ອງດູແລ ແລະ ເຂັ້ມງວດໃນການເຂົ້າອອກອາຄານ ໂດຍຈະເປີດໃຊ້ຮັບຜູ້ປ່ວຍໂຄວິດ-19 ໃນຊ່ວງບ່າຍນີ້.

ຂໍ້ມູນຈາກ:สำนักข่าวไทย