ແຈ້ງການ
ຮອງປະທານບໍລິສັດຮ່ວມທຶນພັດທະນາທາງດ່ວນລາວ_ຈີນ ຮຽກຮ້ອງຜູ້ຂັບລົດຈົ່ງພ້ອມກັນຂັບຂີ່ຢ່າງມີສະຕິ.

ທ່ານ ມາຫົງຫວາງ ກ່າວຕື່ມວ່າ: ທາງດ່ວນນະຄອນຫລວງວຽງຈັນ-ວັງວຽງ ແມ່ນທາງດ່ວນເສັ້ນທໍາອິດຂອງລາວ ມີຄວາມຍາວປະມານ 111 ກິໂລແມັດ ເຊິ່ງທາງດ່ວນໄດ້ກໍ່ສ້າງສຳເລັດ ແລະເປີດນໍາໃຊ້ຢ່າງເປັນທາງການໃນວັນທີ 20 ທັນວາ 2020 ຜ່ານມາ,

ສ້າງຄວາມສະດວກ ແລະປະຫຍັດເວລາໃຫ້ແກ່ຜູ້ເດີນທາງ. ແຕ່ເຖິງຢ່າງໃດກໍຕາມ, ໄລຍະຜ່ານມາ ຍັງມີຜູ້ຂັບຂີ່ບາງຄົນຍັງບໍ່ໄດ້ປະຕິບັດຕາມກົດລະບຽບຈະລາຈອນທາງຫລວງ ກໍຄືຂອງບໍລິສັດວາງອອກເຮັດໃຫ້ມີອຸປະຕິເຫດເກີດຂຶ້ນ ໂດຍສະເພາະແມ່ນການຂັບຂີ່ໄວເກີນຂອບເຂດ, ບໍ່ໃສ່ສາຍຮັດນີລະໄພ, ເມົາແລ້ວຂັບ.

ສະນັ້ນ, ຈິ່ງຮຽກຮ້ອງເຖິງຜູ້ຂັບລົດຈົ່ງພ້ອມກັນຂັບຂີ່ຢ່າງມີສະຕິ, ປະຕິບັດກົດລະບຽບຈາລະຈອນກໍຄືຂອງທາງດ່ວນວາງອອກຢ່າງເຂັ້ມງວດ.
