ກຳລັງ ອັບໂຫລດຂໍ້ມູນ
Read More »ດ່ວນໆ
ກຳລັງອັບໂຫລດຂໍ້ມູນ
Read More »ແຊຊ່ວຍແນ່ທຸກຄົນເພື່ອໄດ້ເບາະແສ
ລົດຄູ່ຫູຄູ່ໃຈ ລົດທີ່ເລາະສົ່ງເຄື່ອງແຕ່ຕອນບໍມີຫຍັງ😭😭😭 ແຊຊ່ວຍແນ່ທຸກຄົນເພື່ອໄດ້ເບາະແສ ບໍຄິດວ່າເລື່ອງແບບນີ້ ຊິເກີດກັບໂຕເອງ😭 ໂຈນລັກລົດ ລົດຄັນນີ້ ທີ່ຜ່ອນຕັ້ງແຕ່ມາຢູ່ວຽງໄຫມ່ໆ ລິ້ງຄລິບ https://fb.watch/jBnzg1E5zI/ ຜ່ອນຊົ່ວຈະຫມົດເດືອນ5ແສນ ກວ່າຈະໄດ້ມັນບໍແມ່ນງ່າຍສູກະມາລັກໄປນໍ່ ພວກຖ້ອຍພວກສັນດານ ແຊຊ່ວຍແນ່ເດີ້ທຸກຄົນໃຜຮູ້ເບາະແສຫລືຄຸ້ນຄົນໃນຄິບ ຕິດຕໍ່ເບີ02094222943 ຈະສົມມະນາຄຸນຢ່າງງາມ 🙏🏻 🙏🏻ເຫດເກີດທີ່ບ້ານໂພນຕ້ອງສະຫວາດ ເວລາ 21:14 ເດືອນ03/30/2023
Read More »ສູດປະຣິຕະມຸງຄຸນ
ສູດປະຣິຕະມຸງຄຸນ ປັດເປົ່າສິ່ງບໍ່ດີອອກຈາກຂົວປາກເຊ ໃນວັນທີ່ 30/03/2023 ເວລາ 17:20 ໄດ້ເຮັດວີທີຕັດບາດຍາດນ້ຳທີ່ຂົວ ນະຄອນປາກເຊ ຫວັງວ່າຊີເກີດຜົນດີນໍ ລິ້ງຮູບ https://m.facebook.com/story.php?story_fbid=pfbid05rETP5ytpszU9DZX9WVLyhVh8wXSc192cLcEYHrBDK5YJFobExPpxVnxMFg9o33ql&id=100044567228155&mibextid=Nif5oz ກົດ Like ກົດ Share ໃຫ້ພໍ້ແຕ່ສິ່ງດີໆ
Read More »ຂ່າວດ່ວນ ເຫດລົດໃຫຍ່ຕໍາກັບລົດຈັກ ເສຍຊີວິດຄາທີ 1 ຄົນ
🚑🚑ຂ່າວດ່ວນ ເຫດລົດໃຫຍ່ຕໍາກັບລົດຈັກ ເສຍຊີວິດຄາທີ1ລາຍ ເມືືອງປາກງື່ມ ບ້ານປາກກວາວ ໃນວັນທີ 30.3/2023 ເວລາ 17:00 ນາທີຫນ່ວຍກູ້ໄພອາສາເພື່ອປະຊາຊົນ ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 020 56421624 – 5432 3636 ວ່າມີລົດໃຫຍ່ຕໍາກັບລົດຈັກ ເສຍຊີວິດຄາທີ1ລາຍ ທີ່ບ້ານປາກກວາງ ເມືອງປາກງື່ມ ນະຄອນຫລວງວຽງຈັນ ຫນ່ວຍກູ້ໄພອາສາເພື່ອປະຊາຊົນຈຶ່ງໄດ້ອອກກວດສອບເຫດພົບຄົນເສຍຊີວິດ 1 ຄົນ ເພດຊາຍ ເບື້ອງຕົ້ນແມ່ນ ກະທົບຫົວ ຄໍ ແລະຂາຫັກ ເສຍຊີວິດຄາທີຢູ່ຈຸດເກີດເຫດ ປະຈຸບັນເຈົ້າຫນ້າທີພວມເກັບກໍາຂໍ້ມູນ ສ່ວນກູ້ໄພອາສາເພື່ອປະຊາຊົນ ເມືອງປາກງື່ມ ແມ່ນຫໍ່ມ້ຽນສົບນໍາສົ່ງໃຫ້ພີ່ນ້ອງທໍາພິທີທາງສາດສະຫນາຕໍ່ໄປລົດຮ່ວມ002 ນໍາສົ່ງ ຊ່ວຍແຊຣໃຫ້ເປັນຜົນບຸນ ກົດຊົມພາບໄດ້ທີ່: https://m.facebook.com/story.php?story_fbid=pfbid02Sr2t8aVVofjuMmQv2cjuT6DrwKpDhDi875KmZn3vVxm2vsgVFcDy16HtMRcrL8x2l&id=100057418240632&mibextid=Nif5oz
Read More »ຖຶກສຶກສາອົບຮົມແລ້ວ ຫຼັງໂພສລົງເຟສ໌
ຜູ້ໃຊ້ເຟສບຸກ ຊື່ ແອນນາ ສຸລິຍະ ໄດ້ເຜີຍແຜ່ລົງເຟສ ວ່າ: “ເຂົ້າຕໍາຫຼວດ 95 ລ້ານ ທໍ້ເດ” ຄວາມຈິງແລ້ວເຮັດເພື່ອເອົາຍອດວິວ ແລະ ຍອດແຊຣ໌ ພັກ-ລັດ, ກໍ່ຄືກະຊວງປ້ອງກັນຄວາມສະຫງົບ ເວລາໃດກໍ່ເອົາໃຈໃສ່ ຕ້ານ ແລະ ແກ້ໄຂປະກົດການຫຍໍ້ທໍ້ກ່ຽວກັບເລ່ຫຼຽມກົນອຸບາຍ ການເຄື່ອນໄຫວແອບອ້າງແລ່ນເອົາຄົນເຂົ້າເຮັດວຽກ ນຳລັດ, ເຂົ້າທະຫານ, ເຂົ້າຕຳຫຼວດ ເຊິ່ງສ້າງຄວາມເສຍຫາຍຕໍ່ຊັບສິນຂອງປະຊາຊົນເປັນຈຳນວນຫຼວງຫຼາຍ ແລະ ສ້າງຄວາມເສື່ອມເສຍໃຫ້ແກ່ພາບພົດບົດບາດການນໍາພາຂອງພັກ-ລັດ, ສ້າງຄວາມບໍ່ສະຫງົບພາຍໃນສັງຄົມ; ໃນໄລຍະຜ່ານມາ ເຈົ້າໜ້າທີ່ກໍ່ໄດ້ດຳເນີນຄະດີ ຕໍ່ບຸກຄົນ ແລະ ກຸ່ມຄົນດັ່ງກ່າວຕາມກົດໝາຍຢ່າງເດັດຂາດ, ແຕ່ກໍ່ມີບາງເຫດການ ທີ່ເປັນການສ້າງກະແສຂຶ້ນມາຂອງຜູ້ຮູ້ເທົ່າບໍ່ເຖິງການ ແລະ ກຸ່ມຄົນບໍ່ດີຈຳນວນໜຶ່ງໄດ້ສວຍໃຊ້ໂອກາດດັ່ງກ່າວໂຈມຕີ-ໃສ່ຮ້າຍປ້າຍສີ ຕໍ່ແນວທາງຂອງພັກ-ລັດ, ຫວັງສ້າງຄວາມເສື່ອມເສຍໃຫ້ແກ່ກຳລັງປ້ອງກັນຄວາມສະຫງົບ, ດັ່ງເຫດການທີ່ມີຜູ້ໃຊ້ເຟດບຸກສ່ວນຕົວ ຊື່ Anna suriya ໄດ້ເຜີຍແຜ່ລົງ ໃນວັນທີ 17 ມີນາ 2023 ວ່າ: ເຂົ້າຕໍາຫຼວດ 95 …
Read More »ທະນາຄານແຫ່ງ ສປປ ລາວ (ທຫລ) ຂໍແຈ້ງມາຍັງທ່ານຊາບ
ຫ້ອງການ ທະນາຄານແຫ່ງ ສປປ ລາວ (ທຫລ) ຂໍແຈ້ງມາຍັງທ່ານຊາບວ່າ ໃນປະຈຸ ບັນມີບຸກຄົນບໍ່ຫວັງດີ ໄດ້ເຮັດການປອມແປງເອກະສານໃນຮູບແບບແຈ້ງການຂອງ ຫ້ອງການ ທຫລ ວ່າ ໄດ້ຢັ້ງຢືນກ່ຽວກັບການສະເຫນີແຫຼ່ງທຶນນໍາເງິນຈາກຕ່າງປະເທດ ເພື່ອນໍາເຂົ້າໂຄງການປູກຝັງລ້ຽງສັດໃນ ສປປ ລາວ ໂດຍເປັນຈໍານວນເງິນ 700 ລ້ານໂດ ລາສະຫະລັດເຂົ້າບັນຊີໃນກົງໂຕນຂອງທະນາຄານກາງ ພ້ອມທັງແຈ້ງວ່າໃຫ້ເສຍຄ່າພັນ ທະອາກອນ ແລະ ເສຍພັນທະໃຫ້ພາກລັດ ແລະ ອື່ນໆ. ໃນຄວາມເປັນຈິງແລ້ວ ຫນັງສື ແຈ້ງການສະບັບດັ່ງກ່າວເປັນການສ້າງຂຶ້ນປອມແປງ, ຕັດຕໍ່ ແລະ ບໍ່ມີມູນຄວາມຈິງແຕ່ ປະການໃດ. ຜ່ານມາຫ້ອງການ ທຫລ ຂໍຢັ້ງຢືນວ່າບໍ່ເຄີຍແຈ້ງການໃນລັກສະນະນີ້ມາ ກ່ອນ, ພວກເຮົາມີແຕ່ແຈ້ງເຕືອນໃຫ້ສັງຄົມມີສະຕິລະວັງຕົວຕໍ່ກົນອຸບາຍກຸ່ມຄົນທີ່ແອບ ອ້າງວ່າມີແຫຼ່ງທຶນຈໍານວນມະຫາສານຈະນໍາເຂົ້າໃນ ສປປ ລາວ, ແຕ່ຕົວຈິງແມ່ນເປັນ ການຕົວະປັ່ນປ່ວນສັງຄົມ. ພ້ອມນີ້, ຂໍແຈ້ງມາຍັງທຸກພາກສ່ວນຈົ່ງມີສະຕິລະວັງຕົວບໍ່ໃຫ້ ຫຼົງເຊື່ອການແອບອ້າງກ່ຽວກັບການນໍາເຂົ້າແຫຼ່ງທຶນດັ່ງກ່າວເດັດຂາດ. ຖ້າຫາກວ່າ ບຸກຄົນໃດມີພຶດຕິກໍາໃນການປອມແປງເອກະສານແມ່ນມີຄວາມຜິດຕາມກົດຫມາຍ ແລະ ຈະໄດ້ສົ່ງໃຫ້ເຈົ້າຫນ້າທີ່ດໍາເນີນຕາມຂັ້ນຕອນຂອງລະບຽບກົດຫມາຍ …
Read More »ແຊຣດ່ວນ.! ແຈ້ງປິດ ຂົວປາກເຊ
ກຳຈັດປັດເປົ່າ ຖອດຖອນ ສິ່ງທີ່ບໍ່ດີອອກຈາກຂົວຂ້າມນໍ້າຂອງ ປາກເຊ – ໂພນທອງ. ອີງຕາມ ກອງປະຊຸມຄົບຄະນະບໍລິຫານງານ ອົງການພຸດທະສາສະໜາສັມພັນລາວ ແຂວງຈຳປາສັກ ຄັ້ງວັນທີ 29 ມີນາ 2023, ຫ້ອງການບໍລິຫານງານ ອົງການພຸດທະສາສະໜາສັມພັນລາວ ແຂວງຈໍາປາສັກ ຈຶ່ງໄດ້ອາຣາດທະນານິມົນ ພຣະອາຈານ 16 ອົງ ແຈ້ງການ ເພື່ອເຂົ້າຮ່ວມພິທີສູດປະຣິຕະມຸງຄຸນ ກຳຈັດປັດເປົ່າ ຖອດຖອນ ສິ່ງທີ່ບໍ່ດີອອກຈາກຂົວຂ້າມນໍ້າຂອງ ປາກເຊ – ໂພນທອງ ໃນວັນທີ 30 ມີນາ 2023 ເວລາ 17:00 ໂມງ.
Read More »ຊ່ວຍແມ່ຕູ້ແດ່ ຕ້ອງການເລືອດໂອ
ພີ່ນ້ອງ ທາງຫຼວງພະບາງ ທີ່ສາມາດບໍລິຈາກເລືອດໂອ ຊ່ວຍແມ່ຕູ້ແດ່ ຊ່ວຍແມ່ຕູ້ແດ່ ຕ້ອງການເລືອດໂອ 🙏 🙏🙏ຄົນເຈັບຢູ່ ນະຄອນ ຫລວງພະບາງ
Read More »ດ່ວນໆ ຈັບໂຈນປູ້ນລົດຈັກ
ຈັບໂຈນປູ້ນລົດຈັກ. ໃນເວລາ 3:00 ໂມງ ຂອງຄືນທີ 30/3/2023 ເກີດເຫດໂຈນປຸ້ນລົດຈັກ ຜູ້ຍິງຄົນຫນຶ່ງ ຢູ່ບ້ານຄຳຮຸ່ງ ມ ໄຊທານີ ນະຄອນຫລວງວຽງຈັນ ໃນຂະນະປຸ້ນມີຄົນພົບເຫັນ ຈຶ່ງສາມາດຈັບໄດ້ 1 ຄົນ ຊື່ ທ້າວ ໂຕ້ ອາຍຸ 30 ປີ ພັກເຊົາຢູ່ຫນອງບຶກ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ. ຄລິບ https://fb.watch/jAQ6WJnN8k/ ພາບໂຈນ ຄອມເມັ້ນ
Read More »