ມື້ນີ້ພວກເຮົາມີເລື່ອງດີໆມາແນະນຳ ເລື່ອງຂອງຄົນສູ້ຊີວິດ. ຊາຍຄົນນີ້ຊື່ວ່າ ໂຮຮູຫານ (Ho Huu Hanh) ອາຍຸ 20 ປີ, ເປັນຄົນຫວຽດນາມ, ເມື່ອບໍ່ດົນມານີ້ໄດ້ຖືກຮັບເຂົ້າເປັນນັກສຶກສາໃໝ່ ຈາກມະຫາວິທະຍາໄລ Lac Hong ພາຍໃຕ້ຄະນະວິສະວະກຳເຕັກໂນໂລຢີຂໍ້ມູນຂ່າວສານ. ເຊິງຊີວິດທີ່ຜ່ານມາຂອງລາວນັ້ນ ລາວເກີດມາເປັນຜູ້ພິພິການຕັ້ງແຕ່ເກີດ. ການເຕີບໃຫຍ່ຂະຫຍາຍຕົວຢູ່ໃນເງື່ອນໄຂດັ່ງກ່າວ ມັນບໍ່ແມ່ນເລື່ອງງ່າຍ, ໂດຍສະເພາະ ບ້ານເກີດແມ່ນຢູ່ເມືອງເຂດຊົນນະບົດ ແຂວງດົງນາຍ.ແມ່ຂອງລາວບອກວ່າຕັ້ງແຕ່ເດັກນ້ອຍ, ຫານ (Hanh) ຕ້ອງໄປໂຮງໝໍ ຫຼາຍໆເທື່ອ. ຫລັງຈາກເກີດອຸປະຕິເຫດໃນຂະນະທີ່ພະຍາຍາມຝຶກຂັບຂີ່ລົດຖີບ ຈົນມາຮອດອາຍຸ 5 ປີ, ລາວສາມາດຈຶ່ງສາມາດຂີ່ລົດຖີບເປັນ ແລະລອຍນໍ້າໄດ້ຢ່າງຄ່ອງແຄ້ວ, ຫານ(Hanh) ພະຍາຍາມຝຶກຝົນຕົນເອງຢູ່ຕະຫຼອດເວລາ ເພື່ອໃຫ້ສາມາດໃຊ້ຕີນທັງສອງເບື້ອງນັ້ນຄີບໄມ້ທູ່ກິນອາຫານດ້ວຍໂຕເອງໄດ້. ໃນຕອນເປັນເດັກນ້ອຍລາວ ໄດ້ພະຍາຍາມຝືກເປີດປື້ມ ແລະຂຽນທຸກສິ່ງທຸກຢ່າງດ້ວຍຕີນ. ສຸດທ້າຍ, ທັກສະການຝືກໃຊ້ຕີນຂອງລາວໄດ້ກ້າວເຂົ້າສູ່ໄລຍະການຮຽນແຕ້ມ. ພີມຄີບອດຄອມພິວເຕີ ແລະເຮັດກິດຈະກຳອື່ນໆອີກ. ລາວໄດ້ໃຊ້ຊີວິດຄືຄົນປົກກະຕິທີ່ສາມາດເຮັດທຸກໆຢ່າງໄດ້. ນອກຈາກນັ້ນ, ໃນຫ້ອງຮຽນປະຖົມທີສອງ, ລາວໄດ້ຮັບລາງວັນທີໜຶ່ງ ສຳ ລັບທັກສະການຂຽນແບບໂຕອັກສອນສາດ. ແລະຍັງມີຜົນງານເປັນນັກຮຽນດີ …
Read More »ແຈ້ງເຕືອນໄພອາກາດໜາວ ປະຈຳວັນທີ 03 ມັງກອນ 2021
ແຈ້ງເຕືອນໄພອາກາດໜາວ ປະຈຳວັນທີ 03 ມັງກອນ 2021 ມວນອາກາດໜາວເຢັນຈາກປະເທດຈີນຍັງສຶບຕໍ່ແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງ ປານກາງຫາແຮງ. ສົມທົບກັບລົມມໍລະສຸມຕາເວັນອອກສ່ຽງເໜືອພັດປົກຄຸມ, ຊຶ່ງຈະເຮັດໃຫ້ອາກາດຍັງຈະໜາວເຢັນໃນແຕ່ລະພາກ ແລະ ອາກາດຈະ ໜາວເຢັນຫຼາຍ ຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ. ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອົງການປົກຄອງທ້ອງຖິ່ນ ທຸກພາກສ່ວນທີ່ ອາໃສຢູ່ແຂວງ ພາກເໜືອ, ພາກກາງ ແລະ ເຂດພູພຽງບໍລະເວນ ຈົ່ງມີສະຕິລະມັດລະວັງຕໍ່ສະພາບອາກາດໜາວຫຼາຍ ທີ່ຈະເຮັດໃຫ້ເປັນໄຂ້, ເຈັບປ່ວຍ ແລະ ມີຜົນກະທົບຕໍ່ ສຸກຂະພາບ ໂດຍສະເພາະແມ່ນເດັກນ້ອຍ ແລະ ຜູ້ເຖົ້າ, ຂໍໃຫ້ນຸ່ງຮົ່ມ ເຮັດໃຫ້ຮ່າງກາຍອົບອຸ່ນຢູ່ສະເໝີ.
Read More »ເຄືອໄກ່ກຸ້ມ ເປັນຢາດີໂລກກະເພາະທຸກຊະນິດ, ເປັນຢາຂ້າເຊື້ອມະເລັງລຳໃສ້
ເຄືອໄກ່ກຸ້ມມັນເປັນຢາດີໂລກກະເພາະທຸກຊະນິດແລະເປັນຢາຂ້າເຊື້ອມະເລັງລຳໃສ້ຫລືລຳໃສ້ເປັນຕຸ່ມເປັນບາດເປັນແຜ. ສັບພະຄຸນ: ໃຊ້ຕົ້ມກິນພຽງສາມຫມໍ້ເຫັນຜົນໂລດຫມໍ້ລະນຶ່ງກຳນອ້ຍຫມໍ້ຫນຶ່ງເຕີມນຳ້ສາມເທື່ອຈຶ່ງຖີ້ມ. ຂະລຳບໍ່ໃຫ້ກີນຂອງດອງ.ຫົວສີໃຄ.ເຫລົ້າເບຍ.ນຳ້ອັດລົມ.ຜົງຊູລົດຄະນໍ.ຢານີ້ມີຜູ້ໃຊ້ດີມາແລ້ວຖ້າບໍ່ຫມັ້ນໃຈຊອກເຫັນແລ້ວຖາ່ຍພາບສົ່ງຫາອາຈານກອ່ນເດີຈະກວດໃຫ້.ລົງບອກເພື່ອບຸນແລະເພື່ອລູກຫລານຮຽນຮູ້ເພື່ອເກັບກຳເອົາເປັນບົດຮຽນສືບທອດຕໍ່ໄປ. ຜູ້ໃດເຫັນວ່າມັນດີຈຶ່ງກົດແຊເອົາບຸນນຳອາຈານເດີຜູ້ໃດເຫັນວ່າບໍ່ດີຕໍ່ສັງຄົມສວ່ນຫລາຍໃຫ້ເລື່ອນຜາ່ນເດີຂໍຂອບສາທຸໆໆໆ
Read More »ແພດເຕືອນ! ໄພຈາກຢາຄຸມ ກິນເກີນ 5 ປີ ສ່ຽງຕໍ່ການເປັນມະເຮັງ
ຜູ້ສື່ຂ່າວຝັ່ງໄທລາຍງານວ່າ ເພຈເຟສບຸກ Umaad Aegem ໂພສ ເຕືອນໄພຈາກຢາເມັດຄຸມກຳເນີດ ການໃຊ້ຢາເມັດຄຸມກຳເນິດເປັນໄລຍະເວລາດົນໆ (ຫຼາຍກວ່າ 5 ປີ) ນອກຈາກຈະສ່ຽງກັບມະເຮັງເຕົ້ານົມແລ້ວ ຍັງສ່ຽງກັບການເກິດເນື້ອງອກໃນຕັບ (Hepatic Adenoma) ຊຶ່ງສາມາດກາຍໄປເປັນມະເຮັງຕັບໄດ້ (Hepatocellular Carcinoma) ຄົນເຈັບລາຍນີ້ເປັນຜູ້ຍິງອາຍຸ 38 ປີ ໃຊ້ຢາເມັດຄຸມກຳເນີດມາຫຼາຍກວ່າ 10 ປີ ຫຼຸດການໃຊ້ຢາໄປແລ້ວປີກວ່າໆ ມາພົບແພດດ້ວຍອາການເຈັບທ້ອງ ເຮັດ CT scan ພົບເນື້ອງອກໃນຕັບ ຂະໜາດ 7 ຊມ. ຮັກສາໂດຍການຜ່າຕັດຕັບບາງສ່ວນໂດຍວິທີຜ່າຕັດຜ່ານກ້ອງ ໄລຍະເວລາຜ່າຕັດປະມານ 3 ຊມ. ເຄິ່ງ ເສຍເລືອດປະມານ 100 ccຂໍ້ມູນເພິ່ມເຕິມຈາກ ສູຕິນຣີແພດ ສະຫຼຸບ ຢາຄຸມແບບເກົ່າແບບລະດັບຮໍໂມນສູງ ເພິ່ມ risk ຢາຄຸມແບບໃຫມ່ລະດັບຮໍໂມນຕ່ຳ ກິນໄດ້ເກິນ 5 ປີ ແລະ …
Read More »ເລື່ອງກ້ວຍໆ 7 ເຫດຜົນດີໆ ທີ່ຄວນກີນກ້ວຍໃນຕອນເຊົ້າທຸກມື້
1. ກ້ວຍ ເພີ່ມແມັມໂມຮີ່ ບຳລຸງສະໝອງ ໃນອັງກິດມີເດັກນັກຮຽນ 200 ຄົນ ຢາກຈະເພີ່ມພະລັງໃຫ້ແກ່ສະໝອງເພື່ອຊ່ວຍໃນການສອບ ເສັງ ໃນລະຫວ່າງພາກຮຽນ ພວກເຂົາໄດ້ກິນກ້ວຍທີ່ເໝາະສົມທຸກມື້ໃນອາຫານເຊົ້າ ອາຫານກາງເວັນ ແລະ ອາຫານແລງ. ຈາກການວິໄຈສະແດງໃຫ້ເຫັນວ່າກ້ວຍມີໂພແທັກຊຊຽມສູງ ຈະສາມາດຊ່ວຍເພີ່ມພະລັງໃຫ້ແກ່ສະໝອງຂອງນັກຮຽນ ແລະ ເພີ່ມຄວາມຕັ້ງໃຈໃນການຮຽນ ມີປະໂຫຍດຫຼາຍຕໍ່ການຮຽນໜັງສື. 2. ແກ້ອາລົມບໍ່ດີໃນຕອນເຊົ້າ ຕື່ນນອນມາແລ້ວບໍ່ສົດຊື່ນ ລຳຄານຄົນປຸກ ມີຫຼາຍໆຢ່າງບໍ່ໄດ້ດັ່ງໃຈ. ພຽງແຕ່ກິນກ້ວຍເພາະຖ້າກິນຫຼັງອາຫານເຊົ້າກ່ອນອາຫານກາງເວັນ ກ້ວຍຈະສາມາດຊ່ວຍຄວບຄຸມລະດັບນ້ຳຕານໃນເລືອດໄດ້ ໃຫ້ອາລົມຄົງທີ່ບໍ່ຫງຸດຫງິດງ່າຍ. 3. ອາລົອາລົມຄວາມຄຽດກວນໃຈ ກ້ວຍມີວິຕາມິນບີສູງ ຊ່ວຍບັນເທົາອາການຄຽດ ຄິດຫຼາຍໄດ້. ກິນແລ້ວຈະເຮັດໃຫ້ຜ່ອນຄາຍນຄາຍ ກ້ວຍມີໂພແທັກຊຽມຢ່າງສູງ ຈະສາມາດຊ່ວຍປັບອັດຕາການເຕັ້ນຂອງຫົວໃຈ ແລະ ຊ່ວຍສົ່ງອອກຊິເຈນໄປລ້ຽງສະໝອງ. ເມື່ອເຮົາຢູ່ພາຍໃຕ້ຄວາມກົດດັນການເັນການເຜົາຜານອາຫານກໍຈະໄວຂຶ້ນ ປະລິ ມານຂອງໂພແທັກຊຽມກໍຈະຫຼຸດລົງ ເຮົາກິນກ້ວຍໃນຕອນນີ້ ກໍຈະຊ່ວຍເສີມໂພແທັກຊຽມທີ່ມາຈາກກ້ວຍໃຫ້ກັບຮ່າງກາຍໄດ້ ສົ່ງຜົນໃຫ້ບໍ່ມີຄວາມກົດດັນ ບໍ່ຄຽດ. 4. ອາການເສົ້າ ແກ້ໄດ້ດ້ວຍກ້ວຍ ກ້ວຍຈະຊ່ວຍປິ່ນປົວພະຍາດເສົ້າເສົ້າ ແລະ ພາວະພາວະຄວາມຄຽດໄດ້ …
Read More »