ກະລຸນາອ່ານລາຍລະອຽດ ແລະ ສະໝັກໂດຍກົງ We are hiring!!! ປະກາດຮັບສະໝັກພະນັກງານ!!! Contact us: 021 249999 or 020 77825253 ຕິຕໍ່ໄດ້ທີ່: 021 249999 ຫຼື 020 77825253
Read More »ປກສແຂວງບໍລິຄຳໄຊ ປຸກເຮືອນໃຫ້ປະຊາຊົນ ຄອບຄົວອານະຖາ
ຕອນເຊົ້າວັນທີ 1 ຕຸລາ 2020 ນີ້ຊາວໜຸ່ມຕະລຸມບອນ ປກສ ແຂວງບໍລິຄຳໄຊ ຈຳນວນ 23 ສະຫາຍ ເຊິ່ງນຳພາໂດຍ ສະຫາຍ ພັນໂທ ກອງລະສັກ ສີສຸກລາດ ຄະນະປະຈຳຊາວໜຸ່ມແຂວງ ເລຂາຄະນະຮາກຖານຊາວໜຸ່ມ ປກສ ແຂວງ ຮ່ວມກັບບັນດາສະຫາຍຄະນະບໍລິຫານງານຊາວໜຸ່ມແຂວງ ແລະ ສະມາຊິກຊາວໜຸ່ມຢູ່ບັນດາພະແນກການອ້ອມຂ້າງແຂວງ ໄດ້ອອກແຮງງານປຸກເຮືອນໃຫ້ປະຊາຊົນ ຄອບຄົວອານະຖາ, ຢູ່ບ້ານ ນ້ຳງ້ຽບ ເມືອງປາກຊັນ ແຂວງບໍລິຄຳໄຊ ເພື່ອສ້າງຂະບວນການຂັບນັບຮັບຕ້ອນວັນສຳຄັນຕ່າງໆຂອງຊາດ, ຂອງພັກ ຂອງກຳລັງປະກອບອາວຸດ ໂດຍສະເພາະກໍ່ແມ່ນສ້າງຂະບວນການຂຳນັບຮັບຕ້ອນກອງປະຊຸມໃຫຍຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ 8 ທີ່ຈະໄຂຂື້ນໃນມໍ້ໆນີ້.
Read More »ຫມາກຈອງບານ ປົວຖອກທ້ອງ ແກ້ຮ້ອນໃນ
ຕົ້ນໝາກຈອງບານ ເປັນຕົ້ນໄມ້ໃຫຍ່ ແລະ ຕັ້ງຊື່, ສູງເຖິງ 45 ມ ແລະ ມີໜ້າຕ້າງພຽງເອີກ ປະມານ 80 ຊມ. ໃບຂອງມັນມີຂະໜາດ ແລະ ຮູບຮ່າງຕ່າງກັນ ແລະ ເປັນຮູບວົງຮີ ຫາ ຮູບໄຂ່, ກວ້າງ 10-12 ຊມ ແລະ ຍາວ 15-25 ຊມ. ຊໍ່ດອກມີທັງດອກຜູ້ ແລະ ດອກແມ່ ເປັນຈຸ້ມມີຂຽວອ່ອນ ແລະ ສີແດງ ແລະ ມີຂົນໜອ້ຍນຶ່ງ. ໝາກສົດເປັນສີນໍ້າຕານ ແລະ ໂອບດວ້ຍປີກ ທີ່ຍາວເຖິງ 20 ຊມ ແລະ ເປັນໝາກທີ່ແຕກ. ແກ່ນເປັນຮູບກົມສ້ວຍສອງສົ້ນ (ແອນລິບ), ສີນໍ້າຕານ. ເມື່ອເອົາແກ່ນຂອງໝາກຈອງແຊ່ນໍ້າ, ຈະບານພຸຕົວອອກ ແລະ ສາມາດໃຊ້ເປັນຢາປົວຖອກທ້ອງ, ເຈັບຄໍ, …
Read More »ດ່ວນ…!!! ລ່າສຸດ ທິດສີ ປາກເຊ ໄດ້ຮັບການປ່ອຍໂຕແລ້ວ
ອ້າຍ ທິດສີ ປາກເຊ ໄດ້ຮັບອິດສະຫລະພາບແລ້ວ ຫລັງຈາກຖືກຈຳຄຸກເປັນເວລາ 1 ເດຶອນ ກັບ 3 ວັນ ວັນທີ່26/8-29/9 2020
Read More »ຫມາກຂາມ ຊ່ວຍປົວຕັບອັກເສບ
ຕົ້ນໝາກຂາມເປັນໄມ້ຢືນຕົ້ນ, ສູງ 15-30 ແມັດ, ຮົ່ມຕົ້ນກວ້າງ, ໃບປະສົມ ຫຼື ປະສົມຂົນໄກ່ຄູ່, ຍາວປະມານ 8-10 ຊມ, ປະກອບດ້ວຍ 10-20 ຄູ່, ໃບຂອບຂະໜານ, ສອງສົນກົມ, ຍາວປະມານ 20 ມິນລີແມັດ, ກວ້າງປະມານ 2 ມມ, ດອກເປັນສີຂາວຈາງມີຈໍ້າແດງ, ເປັນຈູ້ມດຽວຢູ່ຫວ່າງໃບ ຫຼື ຢູ່ຍອດງ່າ. ໝາກຍາວຫ້ອຍລົງ, ສີເປໆແດ່ເລັກໜ້ອຍ, ໜ່ວຍຍາວແຕ່ 7-10 ມມ, ກວ້າງປະມານ 25 ມມ, ໜາປະມານ 10 ມມ. ເປືອກນອກແຂງ, ບາງ, ຜ່ອຍ, ເປືອກຫຸ້ມແກ່ນ (ເປືອກກາງ) ໜຸ້ມ, ມີໄຍ, ລົດສົ້ມ, ເປັນສີກະເບົາ, ມີ 1-5 ແກ່ນ, ແກ່ນເຫຼື້ອມ, …
Read More »ຫມາກລີ້ນໄມ້ ຊ່ວຍປິ່ນປົວເບົາຫວານ
ຫມາກລີ້ນໄມ້ ເປັນໄມ້ຢືນຕົ້ນຂະໜາດນ້ອຍ ສູງ 5-10 ມ, ແຕກກີ່ງງ່າ ຫຼື ບາງຕົ້ນບໍ່ມີງ່າ. ໃບຈັບກົງກັນຂ້າມ, ເປັນໃບປະສົມແບບຂົນນົກ 2-4 ຊັ້ນ, ແຜ່ນໃບຮູບສາມຫຼ່ຽມ-ຮູບໄຂ່, ກ້ຽງ, ບາງເມື່ອແຫ້ງ, ໂຄນໃບມົນ, ບ້ຽວ, ຂອບລຽບ. ຊໍ່ດອກຕັ້ງຊື່, ເກີດທີ່ປາຍຍອດ, ກາບດອກມີຂະໜາດໃຫຍ່, ສີມ່ວງ, ຫຼື ເປັນຮູບລຳໂພງ. ກິບດອກສີມ່ວງປົນສີແດງ ຫຼື ສີເຫຼືອງ, ແສກປາກມີສອງແສກ, ສີຂົນຢູ່ໃກ້ໂຄນດອກ. ເກສອນຜູ້ມີ 5 ອັນເທົ່າກັນ, ເປັນທໍ່ຍາວ, ຮວງຮັບເປັນຮູບລີ້ນ, ແປ. ໝາກແຫ້ງແລ້ວແຕກ, ເປືອກແຂງ, ຂອບເປັນນູນ. ແກ່ນມົນ, ມີປີກເປັນເຈ້ຍບາງ. ເປືອກ, ໃບ, ຮາກ, ເປືອກຮາກ, ໝາກ ແລະ ແກ່ນ ໃຊ້ເປັນຢາປີ່ນປົ່ວງູກັດ. 1) ເປືອກ: …
Read More »Momizu House: ຕ້ອງການພະນັກງານຫຼາຍຕຳແໜ່ງ
ກະລຸນາອ່ານລາຍລະອຽດ ແລະ ສະໝັກໂດຍກົງ
Read More »ເຫັດຫລິນຈື ຊ່ວຍປິ່ນປົວພະຍາດມະເຮັງໃນຂັ້ນທຳອິດ
ດອກເຫັດທົນໄດ້ 1 ປີ, ຈະມີກ້ານຍາວ ຫຼື ສັ້ນນັ້ນແມ່ນຂື້ນກັບທາດອາຫານ ແລະ ແຫຼ່ງທີ່ເກີດ. ສ່ວນຫຼາຍແມ່ນເກີດຈາກຂ້ອນໄມ້ ຫຼື ຮາກໄມ້ໂດກຝັງດີນຢູ່, ໂດຍທົ່ວໄປໜາເຖີງ 20 ມມ, ບາງຄັ້ງອາດຈະຫຼຸດ ຫຼື ຫຼື່ນນີ້ເລັກນ້ອຍ. ໝວກເຫັດຮູ້ວີ ຫຼື ຮູບເຄີ່ງວົງມົນ, ບໍ່ສະໜໍ່າສະເໜີ, ເສັ້ນຜ່າສູນກາງ 100−200 ມມ, ໜາ 10−20 ມມ, ຜີວດ້ານເທີງຈະເຫຼື້ອມເປັນເຫງົາເຄືອບດ້ວຍສີນ້ຳຕານດຳ, ບໍ່ລຽບ, ຂອບເປັນຄື້ນ. ຮູສະປໍສີຂາວເມື່ອຍັງອ່ອນ, ເມື່ອແກ່ຈະເປັນສີນ້ຳຕານ. ຈາກການທົບທວນເອກະສານຖານຂໍ້ມູນຂອງ Cochrane ປີ 2015, ພົບວ່າມີຫຼັກຖານບໍ່ພຽງພໍຂອງການໃຊ້ ເຫັດຊະນີດນີ້ເພື່ອປິ່ນປົວພະຍາດມະເຮັງໃນຂັ້ນທຳອິດ. ສະແດງວ່າເຫັດຫລິນຈືອາດມີ ປະໂຫຍດ ເປັນຕົວທາງເລືອກໃນການຮັກສາແບບເດີມໂດຍຄຳນືງເຖີງປະສິດທິພາບຕໍ່ຕ້ານການຈະເລີນເຕີບໂຕຂອງເນື້ອງອກ ແລະ ກະຕຸ້ນພຸ້ມຄູ້ມກັນຂອງຮ່າງກາຍ. ການສຶກສາຍັງບໍ່ມີຂໍ້ມູນສະໜັບສະໜູນການໃຊ້ເຫັດຫລິນຈືໃນການຮັກສາປັດໄຈສ່ຽງຂອງພະຍາດພະຍາດຫົວໃຈ ແລະ ຫຼອດເລືອດໃນຜູ້ເປັນພະຍາດເບົາຫວານ. ເຫັດຫລິນຈືຜະລິດກຸ່ມທາດຂອງ ໄຕເຕີເພັນເນັດ ທີ່ເອື້ນກັນວ່າ ກາໂນເດອິກ …
Read More »ໝາກກອກ ໃຊ້ເປີ່ນປົວປະດົງຂໍ່ ແລະອາການໃຄ່ບວມຕາມຂໍ່ກະດູກ
ຕົ້ນໝາກກອກເປັນພືດຫຼົ່ນໃບ ມີຄວາມສູງ ລະຫວ່າງ 15-25 ມ ແລະ ໜ້າຕ້າງພຽງເອີກ ຂະໜາດ 40 ຊຕມ ເມື່ອໄຫຍ່ເຕັມທີ່. ເປັນໃບແບບປະສົມທິຄວາມຍາວ 30-40 ຊຕມ. ມີໃບຍ່ອຍເປັນຮູບວົງຮີມີຂະໜາດ 7-13 ຊຕມ x 3-4 ຊຕມ ມີ 3 ຫາ 9ໃບ ທີ່ມີກ້ານຍາວຂະໜາດ 10 – 15 ຊຕມ. ຊື່ດອກຂອງມັນຍາວປະມານ25-35 ຊຕມ ແລະ ມີກີ່ງດອກເປັນຈູມດົກໜາ. ດອກຂອງມັນມີສີຂາວ ຂະໜາດກວ້າງ 3 ມມ. ໝາກຂອງມັນມີເນື້້ອເປັນໄຂ່ມີຂະໜາດ 3.5-7 ຊຕມ x2.5-3.5 ຊຕມ ເມື່ອໝາກແກ່ ແລະ ສູກຈະເປັນຮູບສີເຫຼືອງປົນຂຽວ ມີແກນແຂງແກ່ນດ່ຽວ ເພີ່ນນຳໃຊ້ໝາກກອກສຳລັບປະເພດຕຳເຊັ່ນຕໍາໝາກຫູ່ງ, ຕຳແຈ່ວທຳມະດາ ແລະ ແຈ່ວປາແດກ. …
Read More »ຫມາກເຂືອຂື່ນ ມີສັບພະຄຸນແກ້ໂລກປະດົງຂໍ້ຕ່າງໆ
ຕົ້ນຫມາກເຂືອຂື່ນແມ່ນຈັດຢູ່ປະເພດໃມ້ລົ້ມລຸກເປັນພູ່ມເຊີ່ງສຸງເຖີງປະມານເກີອບ 2-3 ແມັດ: ຫມາກອ່ອນໃຊ້ກີນເປັນອາຫານກີນກັບລາບກັບເອາະກັບກ້ອຍຕ່າງໆສ່ວນການຂະຫຍາຍພັນແມ່ນຂະຫຍາຍພັນດ້ວຍແກ່ນມັກຈະເກິດຕາມທຳມະຊາດຫລືດີນເປົ່າຫວ່າງຕາມປາຍໄຮ່ປາຍນາລຳຕົ້ມມີຫນາມແລະ ມີຂົນຕາມລຳຕົ້ນຈົນຮອດຍອດ.ໃບເປັນຮູບດອກບົວມີສີຂາວສ່ວນດອກແມ່ນມີສີມ່ວງອ່ອນ ໆ ສັນພະຄຸນຂອງຫມາກເຂືອຂື່ນຫມາກແກ່ ແລະ ແກ່ນມີລົດອອກຂົມໜ້ອຍຫນື່ງເຊີ່ງມີສັບພະຄຸນເຮັດໃຫ້ນອນຫລັບດີເປັນຢາບຳລຸງຮ່າງກາຍ, ຊ່ວຍປັບປຸງລະບົບຕ່ອມນໍ້າລາຍ ສ່ວນຮາກແມ່ນເພີ່ນນຳມາເປັນຢາແກ້ໄຂ້ຫລືມາດອງເຫລົ້າຂາວເພື່ອບຳລຸງສຸຂະພາບແກ້ປວດເມື່ອຍຕ່າງໆຕາມຮ່າງກາຍ. ຮາກນຳມາຝົນແກ້ອາການໂລກແຂ້ວແມງ ໃບເອົາມາຕຳໃຫ້ມູ່ນໆແກ້ແຜຝີຫນອງຫລືແຜອັກເສບ ນອກນີ້ຫມາກເຂືອຂື່ນຍັງມີສັບພະຄຸນແກ້ໂລກປະດົງຂໍ້ຕ່າງໆ ປວດກ້າມເນື້ອຊ່ວຍກຳຈັດພະຍາດໃນລຳໃສ້ ຄົນສະໃຫມກ່ອນເພີ່ນຈະເອົານໍ້າຈາກຫມາກເຂືອຂື່ນສຸກມາຮັກສາອາການເຈັບຕາຫລືພະຍາດໄນຕາ ສ່ວນເປືອກຫມາກເຂືອແມ່ນເອົາມາຕຳໃສ່ຕຳສົ້ມຕ່າງ ໆ ລົດຂອງໝາກຈະເຮັດໃຫ້ຕຳປະເພດຕ່າງແຊບນອກນີ້ສັບພະຄຸນແມ່ນຍັງມີຫລາຍໆອີກ ໝາກເຂືອຂື່ນອຸດົມໄປດ້ວຍວິຕາມີນ ແລະ ແຮ່ທາດຫຼາຍຊະນິດໂດຍຄຸນຄ່າທາງໂພສະນາການຂອງໝາກເຂືອຂື່ນຕໍ່ 100 ກຼາມ ຈະປະກອບໄປດ້ວຍວິຕາມີນຊີ 63 ມິນລີກຼາມ, ແຄລຊຽມ 55 ມີນລີກຼາມ, ຟົດສະຟໍຣັດ 22 ມີນລີກຼາມ, ສານສຳຄັນໃນໝາກເຂືອຂື່ນຄື: ສານອັລຄາລອຍຕ່າງໆ ໃນທາງການຢາຈະໃຊ້ສານດັ່ງກ່າວເປັນສ່ວນປະກອບໃນຕຳລັບຢາຫຼາຍຊະນິດເຊັ່ນ: ຢາບຳລຸງກຳລັງ, ຢາແກ້ຂີ້ກະເທີ່, ແກ້ຕາຕໍ້, ແກ້ໄຂ້, ຮັກສາແຜເປັນ ແລະ ຫືດ ເປັນຕົ້ນ. ໃບສົດໃຊ້ພາຍນອກນຳມາຕຳໂພະແກ້ພິດ, ແກ້ຝີໜອງ.
Read More »